Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຮ່ວມເວທີອະນາຄົດອາຊຽນ ຄັ້ງທີ 2

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຮ່ວມເວທີອະນາຄົດອາຊຽນ ຄັ້ງທີ 2

0
5

ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ຢູ່ຮ່າໂນ້ຍ ສສ ຫວຽດນາມ, ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ”.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຂຶ້ນກ່າວຄຳເຫັນ ພາຍໃຕ້ຫົວຂໍ້ “ການຮ່ວມມືຂອບອະນຸພາກພື້ນອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ຍືນຍົງ”. ໃນນີ້, ທ່ານໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງການຮ່ວມມືຂອບອະນຸພາກພື້ນອາຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນການເຊື່ອມໂຍງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມອາຊຽນ ໂດຍສະເພາະ ການສ້າງຄວາມເຂັ້ມແຂງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດ ທະນາ ແລະ ການເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ ແນໃສ່ເຮັດໃຫ້ທຸກປະເທດມີການພັດທະນາໄປພ້ອມໆກັນ. ປັດຈຸບັນ, ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ແມ່ນມີຫລາຍການຮ່ວມມືຂອບອະນຸພາກພື້ນ, ລວມທັງບັນດາການຮ່ວມມືຂອບລຸ່ມແມ່ນໍ້າຂອງ ເຊິ່ງໄດ້ຊ່ວຍສົ່ງເສີມການຮ່ວມມືດ້ານການເຊື່ອມຈອດຕາມຊາຍແດນ, ການຄ້າ ແລະ ການລົງທຶນ, ການໄປມາຫາສູ່ລະຫວ່າງປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ຄວາມເຂັ້ມແຂງທ້າງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ອື່ນໆ. ຜົນຂອງການຮ່ວມມືເຫລົ່ານີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກົນໄກການຮ່ວມມືຂອງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມອາຊຽນ.

ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ບັນດາການຮ່ວມມືຂອບອະນຸພາກພື້ນ ແລະ ພາກພື້ນອາຊຽນ ສືບຕໍ່ຮັດແໜ້ນການປະສານງານກັນດ້ານນະໂຍບາຍ ແລະ ຂົງເຂດການຮ່ວມມື; ການສົ່ງເສີມການຮ່ວມມືດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມຈອດດ້ານດີຈິຕອນ; ການພັດທະນາທີ່ຍືນຍົງ ແລະ ທຸກຄົນມີສ່ວນຮ່ວມ; ການລະດົມຂົນຂວາຍທຶນຮອນ ແລະ ສົ່ງເສີມການເປັນຄູ່ຮ່ວມມື ແລະ ການຮ່ວມມືຂອງພາກປະຊາຊົນ. ທັງໝົດນີ້, ຈະຊ່ວຍສ້າງຂີດຄວາມສາມາດໃຫ້ແກ່ປະເທດສະມາຊິກອາຊຽນ ໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ ຫລັງ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here