Tuesday, February 25, 2025
Homeຂ່າວຕ່າງປະເທດສປ ຈີນ-ຣັດເຊຍ ຊຸກຍູ້ພະລັງແຮງຂັບເຄື່ອນຢ່າງເຂັ້ມແຂງໃນການຮ່ວມມື

ສປ ຈີນ-ຣັດເຊຍ ຊຸກຍູ້ພະລັງແຮງຂັບເຄື່ອນຢ່າງເຂັ້ມແຂງໃນການຮ່ວມມື

ວິທະຍຸສາກົນແຫ່ງສປ ຈີນ, ວັນທີ 24 ກຸມພານີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ສົນທະນາກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ຜ່ານທາງໂທລະສັບ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ກ່າວເນັ້ນໝັກວ່າ: ສາຍພົວພັນ ຈີນ-ຣັດເຊຍ ມີພະລັງແຮງ ຂັບເຄື່ອນ ອັນເຂັ້ມແຂງ ທີ່ເກີດຂຶ້ນ ຈາກພາຍໃນ ແລະ ມີຄຸນຄ່າ ພິເສດ ທາງດ້ານຍຸດທະສາດ, ໂດຍບໍ່ແນໃສ່ ຝ່າຍທີສາມ ໃດໜຶ່ງ ແລະ ຈະບໍ່ໄດ້ຮັບຜົນກະທົບ ຈາກຝ່າຍ ທີສາມ ໃດໜຶ່ງ. ບໍ່ວ່າສະພາບການສາກົນ ຈະຜັນແປໄປ ຄືແນວໃດກໍຕາມ, ສາຍພົວພັນຈີນ-ຣັດເຊຍ ຈະກ້າວເດີນໄປ ຂ້າງໜ້າ ຢ່າງໝັ້ນທ່ຽງ, ປະກອບສ່ວນ ເຂົ້າໃນການພັດທະນາ ຂອງແຕ່ລະປະເທດ ໃຫ້ຈະເລີນຮຸ່ງເຮືອງ ທັງເປັນການເພີ່ມ ສະຖຽນ ລະພາບ ແລະ ພະລັງແຮງ ທາງບວກ ເຂົ້າໃນການພົວພັນສາກົນ. ຈາກນັ້ນ ທ່ານ ວາລາດີເມຍ ປູຕິນ ໄດ້ກ່າວຢືນຢັນວ່າ: ການເສີມຂະຫຍາຍ ສາຍພົວພັນກັບ ສປ ຈີນ ເປັນທາງເລືອກ ຍຸດທະສາດ ຍາວນານ ຂອງຣັດເຊຍ, ເດັດຂາດ ຈະບໍ່ແມ່ນນະໂຍບາຍ ຊົ່ວຄາວ ເທົ່ານັ້ນ, ໂດຍຈະບໍ່ໄດ້ຮັບຜົນກະທົບ ຈາກເຫດການໃດໜຶ່ງ ໃນໄລຍະໃດໜຶ່ງ ແລະ ຈະບໍ່ຖືກລົບກວນ ຈາກປັດໄຈພາຍນອກ. ທ່ານ ວາລາດີເມຍ ປູຕິນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບ ການຫຫລ້າສຸດ ຂອງການຕິດຕໍ່ພົວພັນກັນລະຫວ່າງ ຣັດເຊຍ ກັບ ສ.ອາເມລິກາ ກໍຄື ຫລັກໝັ້ນ ຕາມຫລັກການຂອງ ຣັດເຊຍ ໃນບັນຫາວິກິດການ ອູແກຣນ, ພ້ອມທັງ ຢືນຢັນວ່າ ຣັດເຊຍ ຈະສຸມໃສ່ ກຳຈັດເຄົ້າເຫດ ທີ່ພາໃຫ້ເກີດ ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ເພື່ອບັນລຸແຜນການສັນຕິພາບ ແບບຍືນຍົງ ແລະ ຖາວອນ. ນອກນີ້ ສປ ຈີນ-ຣັດເຊຍ ຍັງຕົກລົງ ເຫັນດີສືບຕໍ່ ຮັກສາການແລກປ່ຽນ ປະສານງານກັນ ດ້ວຍວິທີການຕ່າງໆ ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments