Tuesday, February 25, 2025
Homeຂ່າວຕ່າງປະເທດເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນ

ເວທີປາໄສອະນາຄົດ ອາຊຽນ 2025 ແມ່ນໂອກາດຊຸກຍູ້ການນຳອາຊຽນ ກ້າວຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມ, ເວທີປາໄສອະນາຄົດອາຊຽນ (AFF) 2025 ແມ່ນຂໍ້ລິເລີ່ມທີ່ຕັ້ງໜ້າຂອງ ສສ ຫວຽດນາມ, ແມ່ນໂອກາດເພື່ອຊຸກຍູ້ເລື່ອງນຳອາຊຽນກ້າວຂຶ້ນ” ນີ້ແມ່ນຂໍ້ສັງເກດຂອງ ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ (Sarah Al Bakri Devadason), ເອກອັກຄະລັດຖະທູດມາເລເຊຍ ປະຈຳອາຊຽນ, ເນື່ອງໃນໂອກາດ AFF ຄັ້ງທີ 2 ປີ 2025 ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 25–26 ກຸມພານີ້. ຖືເປັນຄັ້ງທີ 2 ເວທີປາໄສ AFF ຈັດຂຶ້ນຢູ່ ສສ ຫວຽດນາມ ໄດ້ສ່ອງແສງວິໄສທັດມຸ່ງໄປເຖິງອະນາຄົດຂອງ ສສ ຫວຽດນາມ ທີ່ມີຕໍ່ພາກພື້ນ. ຫົວຂໍ້ຂອງ AFF 2025 ແມ່ນ “ສ້າງອາຊຽນສາມັກຄີ, ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງໃນໂລກທີ່ມີການຜັນແປຫລາຍຢ່າງ” ກໍ່ສອດຄ່ອງກັບບັນດາຫລັກການແກ່ນສານຂອງອາຊຽນ ແລະ ມີການເຊື່ອມຕໍ່ກັບ ວິໄສທັດຂອງ ມາເລເຊຍ, ດ້ວຍຖານະ ເປັນປະທານ ອາຊຽນ ປີ 2025. ຂະນະທີ່ ເວທີປາໄສ ອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມ ທີ່ຕັ້ງໜ້າ ທີ່ສຸດຂອງ ສສ ຫວຽດນາມ. ຫົວຂໍ້ຂອງເວທີປາໄສ ໃນພື້ນຖານນັ້ນ ກໍ່ກ່ຽວຂ້ອງເຖິງ ບັນດາແນວຄວາມຄິດ ກ່ຽວກັບ ຄວາມເປັນເອກະພາບ, ລັກສະນະ ກວມລວມ ແລະ ຄວາມສາມາດຟື້ນຟູ, ແມ່ນສິ່ງສອດຄ່ອງກັບ ອາຊຽນ ແລະ ບັນດາປະເທດສະມາຊິກ ແລະ ນັ້ນແມ່ນໜຶ່ງ ໃນບັນດາ ຫລັກການ ແກ່ນສານຂອງ ອາຊຽນ. ໃນສະພາບ ພູມສາດ ການເມືອງ ພວມເກີດມີ ສິ່ງທ້າທາຍ ຫລາຍຢ່າງ. ທ່ານ ນາງ ຊາຣາ ອໍລ ບາກຣິ ເດວາດາຊັນ ໄດ້ກ່າວເນັ້ນຕື່ມວ່າ: ເວທີປາໄສຄັ້ງນີ້ ຈະນຳມາ ເຊິ່ງໂອກາດ ເພື່ອສົນທະນາ ຢ່າງກົງໄປກົງມາ ແລະ ຄົບຖ້ວນ, ລະຫວ່າງ ບັນດາ ຜູ້ມີຄວາມສົນໃຈ ເຖິງຫົວຂໍ້ດັ່ງກ່າວ ແລະ ບັນດາ ຜູ້ມີຄວາມສົນໃຈທີ່ສຸດ ເຖິງເລື່ອງນຳ ອາຊຽນ ກ້າວຂຶ້ນ ຢ່າງເຂັ້ມແຂງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments