ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 24 ກຸມພານີ້, ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ (ສປຊ) ໄດ້ລົງຄະແນນສຽງຕໍ່ຮ່າງມະຕິ ກ່ຽວກັບບັນຫາອູແກຣນ ທີ່ສະເໜີ ໂດຍ ສ.ອາເມລິກາ. 10 ປະເທດ, ໃນນັ້ນ ລວມທັງ ສປ ຈີນ, ສ.ອາເມຣິກາ ແລະ ຣັດເຊຍ ໄດ້ປ່ອນບັດເຫັນດີ, ແລະ ບໍ່ອອກສຽງ 5 ບັດ. ມະຕິດັ່ງກ່າວໄດ້ຜ່ານການຮັບຮອງ. ມະຕິດັ່ງກ່າວ ທີ່ ສ.ອາເມລິກາ ສະເໜີຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແມ່ນເປັນເອກະພາບກັນກັບຮ່າງມະຕິທີ່ສະເໜີ ຢູ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນກ່ອນໜ້ານີ້, ເນື້ອໃນແມ່ນຮຽກຮ້ອງໃຫ້ຍຸດຕິການປະທະກັນໂດຍໄວ ແລະ ເລັ່ງທວງຕື່ມອີກໃຫ້ອູແກຣນ ແລະ ຣັດເຊຍ ບັນລຸສັນຕິພາບຢ່າງຖາວອນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ