Home ຂ່າວຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ຂອງຫວຽດນາມ

ຈັດກອງປະຊຸມຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ຂອງຫວຽດນາມ

0
6

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 24 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ຈັດກອງປະຊຸມຄັ້ງທີ 1 ປີ 2025 ເພືີ່ອຕີລາຄາໝາກຜົນຂອງວຽກງານປະຕິຮູບດ້ານຕຸລາການໃນໄລຍະຜ່ານມາ ແລະ ໜ້າທີ່ຈຸດສຸມຂອງວຽກງານປີ 2025, ໂຄງການດຳເນີນງານໃນປີ 2025 ແລະ ກົດລະບຽບວຽກງານຕ່າງໆຂອງຄະນະຊີ້ນຳ, ປະກອບຄຳເຫັນໃສ່ບາງເນື້ອໃນທີ່ກ່ຽວຂ້ອງເຖິງການສຳຫຼວດກວດກາ, ຕີລາຄາກົດໝາຍທີ່ກ່ຽວຂ້ອງເຖິງການຕັດສິນໂທດ ປະຫານຊີວິດ ແລະ ການປະຕິບັດໂທດ ປະຫານຊີວິດ. ໂດຍ ທ່ານ ເລືອງເກືອງ ປະທານປະເທດຫົວໜ້າຄະນະຊີ້ນຳ ເປັນປະທານກອງປະຊຸມ.

ໃນກອງປະຊຸມ, ທ່ານ ເລືອງເກືອງ ເນັ້ນໜັກວ່າ: ປີນີ້ແມ່ນປີດຳເນີນຫຼາຍເຫດການສຳຄັນຂອງປະເທດຊາດ, ໃນນັ້ນມີການສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ (1945 – 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (1975-2025). ເພາະສະນັ້ນ, ຕ້ອງມີຫຼາຍການເຄື່ອນໄຫວດ້ານຕຸລາການທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍມະນຸດສະທຳ, ຫຼຸດຜ່ອນເວລາປະຕິບັດໂທດ, ອະໄພຍະໂທດ ເພື່ອແນໃສ່ສະແດງອອກຢ່າງຈະແຈ້ງນະໂຍບາຍມະນຸດສະທຳ, ອະໄພ ໂທດຂອງພັກ ແລະ ລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here