ບໍ່ແມ່ນເລື່ອງມະໂນພາບ ແລະ ນັ່ງຄິດໄປເອງຕາມມີຕາມເກີດ ແຕ່ຫາກຄວນຍ້ອງ ຍໍສັນລະເສີນຄົນເຮັດແທ້ທໍາຈິງ ຫລື ມະນຸດເຮົາຜູ້ທີ່ມີຫົວຄິດປະດິດສ້າງ ແລະ ອຸທິດເຫື່ອແຮງມັນສະໝອງຢ່າງບໍ່ຮູ້ອິດບໍ່ເມື່ອຍເພື່ອສ່ວນລວມໃນການຄົ້ນຄົ້ວວິທະຍາສາດອັນກ້າວໜ້າ, ຜະລິດວັດຖຸສິ່ງຂອງໃໝ່ໆ, ເຕັກໂນໂລຊີນະວັດຕະກໍາທັນສະໄໝມາຮັບໃຊ້ສັງຄົມມະນຸດເຮົາຢ່າງຮອບດ້ານ.
ຜູ້ຂຽນອາດບໍ່ໄດ້ເກີດໃນຍຸກສົງຄາມຕ້ານພວກຈັກກະພັດລ່າເມືອງຂຶ້ນໃນອະດີດ ແຕ່ຫາກໄດ້ຖອດຖອນບາງບົດຮຽນ, ສຶກສາຮໍ່າຮຽນ, ຟັງ ແລະ ແລກປ່ຽນຄວາມຮູ້ຈາກຄູອາຈານ, ຜູ້ອາວຸໂສ ໃນນັ້ນບາງບົດຮຽນກໍໄດ້ຜ່ານການຊອກຮູ້, ອ່ານປື້ມ ແລະ ທ່ອງໂລກອິນເຕີເນັດ, ໂດຍຂໍຢ້ອນເວລາຫຍໍ້ໆວ່າຫລັງປົດປ່ອຍຊາດປີ 1975 ເວົ້າເລື່ອງລົດລາງພາຫະນະ ແລະ ກົນຈັກທີ່ເປັນພື້ນຖານໃນການຮັບໃຊ້ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່ານັບແຕ່ເຄື່ອງກົນຈັກຜະລິດກະສິກໍາ, ລົດບັນທຸກ, ລົດຈັກ, ລົດເກັງ ແລະ ອື່ນໆໃນເວລານັ້ນເຫັນວ່າຂ້ອນຂ້າງທັນສະໄໝພໍສົມຄວນ ແຕ່ຖ້າປຽບທຽບກັບປັດຈຸບັນອາດຫ່າງ ກັນປານຟ້າກັບດິນ. ເວລານັ້ນສິ່ງທີ່ພໍອະທິບາຍໄດ້ລະອຽດທີ່ສຸດ ຄື: ມີພຽງຄົນລາວຈໍານວນໜ້ອຍໂດຍສະເພາະກຸ່ມຄົນມີຖະນາດີ ແລະ ຮັ່ງມີຈິ່ງສາມາດຊື້ມາໃຊ້ ແລະ ຄອບຄອງເຄື່ອງກົນຈັກ ລວມທັງພາຫະນະທີ່ວ່ານັ້ນເຊັ່ນ: ລົດຈັກຮອນດ້າດຣີມ(ຍີ່ປຸ່ນ), ລົດເຕົ່າ ສະວົກໂກ້ນ (ເຢຍລະມັນ), ລົດເກັງລາດາ (ໂຊຫວຽດ)…ຄວາມຈິງຄົນລາວເຮົາບໍ່ແມ່ນຄົນຫລ້າສະໄໝ ແຕ່ອັນສືບເນື່ອງມາຈາກລາຍຮັບຂອງບາງຄົນລາວມີຈໍາກັດຕ່າງຫາກທີ່ບໍ່ສາມາດຈັບຈ່າຍ ແລະ ຊື້ມາຮັບໃຊ້ຊີວິດປະຈໍາວັນໄດ້ຢ່າງທົ່ວເຖິງ. ເມື່ອເຮົາມາຕັ້ງຄໍາ ແລະ ຕີລາຄາພາບລວມເຫັນໄດ້ຢ່າງຈະແຈ້ງວ່າ: ເປັນຫຍັງຄົນລາວເຮົາຈໍານວນບໍ່ໜ້ອຍບໍ່ສາມາດຊື້ລົດໄຖນາ, ເຄື່ອງຈັກດູດນໍ້າ, ລົດຈັກ , ລົດເກັງ ແລະ ພາຫະນະອື່ນໄດ້ຢ່າງທົ່ວເຖິງໃນເວລານັ້ນ? ກໍຍ້ອນບາງປັດໃຈ ສິນຄ້າທີ່ຜະລິດຈາກປະເທດຈະເລີນແລ້ວ ຫລື ປະເທດຕາເວັນຕົກອາດຕັ້ງລາຄາສິນຄ້າຂ້ອນຂ້າງສູງເຮັດຄົນທຸກຍາກຜູ້ມີລາຍໄດ້ໜ້ອຍ, ລາຍປານກາງອາດບໍ່ສາມາດຈັບຕ້ອງ ແລະ ຊື້ມາຊົມໃຊ້ໄດ້ຢ່າງກວ້າງຂວາງ.

ຕໍ່ມາໃນປີ 1986 ພັກ-ລັດຖະບານລາວໄດ້ວາງແນວທາງການປ່ຽນແປງໃໝ່ຮອບດ້ານເລີ່ມຈາກການປ່ຽນແປງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫລາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ມາເຖິງຊຸມປີ 2004-2005, ການຜະລິດເປັນສິນຄ້າປ້ອນຕະຫລາດ ແລະ ການສົ່ງອອກເກີດເປັນໜໍ່ແໜງພົ້ນເດັ່ນຂຶ້ນເທື່ອລະກ້າວຍ້ອນໄດ້ຮັບກໍາລັງໜູນ ແລະ ແບ່ງປັນສິນຄ້າທີ່ມີທາງເລືອກດ້ວຍລາຄາທີ່ຈັບຕ້ອງໄດ້-ຊື້ໄດ້ຢ່າງສົມເຫດສົມຜົນຈາກ ສປ ຈີນ.
ທ່ານ ຄໍາພາ, ອາຍຸ 75 ປີ, ປະຊາຊົນບ້ານທ່າໄຮ່ ເມືອງປາກເຊ ແຂວງຈໍາປາສັກເລົ່າສູ່ຟັງວ່າ “ ຂ້ອຍຍັງນຶກໄດ້ໄລຍະປີ 1975-1980 ທົ່ວເມືອງປາກເຊ ແຂວງຈໍາປາສັກ, ປະຊາຊົນຜູ້ສາມາດຊື້ລົດຈັກຮອນດ້າຜະລິດຈາກຍີ່ປຸ່ນ ແລະ ລົດເຕົ່າຜະລິດຈາກເຢຍລະມັນມາຂີ່ຕາມຖະໜົນຫົນທາງນັ້ນສາມາດນັບ ແລະ ຈື່ທຸກໆຄັນເພາະສ່ວນໃຫຍ່ແມ່ນຄົນມີຖານະດີ ແລະ ຮັ່ງມີຈິ່ງຊື້ໄດ້ ນອກຈາກນັ້ນການເຮັດນາ ແລະ ເຮັດການຜະລິດສ່ວນໃຫຍ່ແມ່ນອີງໃສ່ຄວາຍໄຖນາ ແລະ ແຮງງານຂອງຄົນເປັນທີ່ຕັ້ງ ສ່ວນວ່າເຄື່ອງຈັກດູດນໍ້າ, ລົດໄຖນາ ແລະ ເຄື່ອງກົນຈັກຜະລິດກະສິກໍາເກືອບບໍ່ເຫັນ ແລະ ບໍ່ໄດ້ສໍາຜັດເລີຍ. ມາຮອດປີ 1995-2000 ເຫັນວ່າສິນຄ້າຈາກຄ້າຍປະເທດພັດທະນາແລ້ວ ແລະ ປະເທດພວມພັດທະນາລວມຫລຸຫລັ່ງຖັ່ງເທເຂົ້າມາປະເທດລາວເພີ່ມຂຶ້ນຢ່າງເປັນປະຈັກຕາ ແຕ່ຖ້າເວົ້າເລື່ອງຄາລາກໍຍັງຂ້ອນແພງຢູ່ ພໍມາຮອດປີ 2005-2008 ສິນຄ້າທີ່ມາປ່ຽນຊີວິດຂອງປະຊາຊົນລາວແທ້ໆນັບແຕ່ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໃນຄົວເຮືອນ, ພາຫະນະ ແລະ ເຄື່ອງກົນຈັກການຜະລິດກະສິກໍານັ້ນແມ່ນນໍາເຂົ້າຈາກ ສປ ຈີນ ດ້ວຍລາຄາຈັບຕ້ອງໄດ້ ແລະ ມີທາງໃຫ້ເລືອກຊື້ພາຍໃຕ້ຄຸນນະພາບແຕກຕ່າງກັນ ຖ້າປຽບທຽບກັບສິນຄ້າຈາກຍີ່ປຸ່ນ,ເອີຣົບ ແລະ ປະເທດພັດທະນາແລ້ວເຫັນວ່າຖືກກວ່າຫລາຍເທົ່າ ແລະ ສາມາດເຂົ້າເຖິງທຸກຊັ້ນຄົນ. ຕາມທັດສະນະຂອງຂ້ອຍເອງເປັນຜູ້ໜຶ່ງທີ່ຊົມໃຊ້ສິນຄ້າຂອງຄ້າຍຕາເວັນຕົກ ແລະ ຄ້າຍສັງຄົມນິຍົມເຊື່ອວ່າສິນຄ້າຂອງຈີນໃນເມື່ອກ່ອນຄຸນນະພາບບໍ່ອາດເທົ່າທຽມກັບຄ້າຍຕາເວັນຕົກ ແຕ່ປັດຈຸບັນນີ້ຂ້ອຍກ້າວ່າມີບາງອັນດີກວ່າຂອງພວກຄ້າຍຕາເວັນຕົກອີກ ສະນັ້ນເວລາເບິ່ງບັນຫາຄວນເບິ່ງຫລາຍມູມ ແລະ ເບິ່ງໃຫ້ກວ້າງໆຢ່າງສົມເຫດສົມຜົນເພາະວ່າມີບາງສິນຄ້າຈາກຈີນໄດ້ສົ່ງອອກຕ່າງປະເທດກໍຢູ່ແຖວໜ້າຂອງໂລກ ຫລື ຕິດອັນດັບທີ 1 ຂອງໂລກແລ້ວເຊັ່ນ: ລົດໄຟຟ້າ, ແຜ່ນ ຫລື ຫລອດໄຟແສງຕາເວັນ ແລະ ອື່ນໆ ນອກຈາກນັ້ນອັນພົ້ນເດັ່ນສົດໆຮ້ອນໆທີ່ປະເທດຈີນເຮັດໃຫ້ຊາວໂລກຕົກຕະລືງ! ກໍແມ່ນປັນຍາປະດິດທີ່ທັນສະໄໝ ຫລື ເອໄອ (AI) ທີ່ຫາກໍນໍາສະເໜີ(ເປີດຕົວ)ຫວ່າງບໍ່ດົນມານີ້ ”.

ທ່ານ ເຫລົາຄໍາ ພະນັກງານຂັບລົດແທັກຊີໄຟຟ້າບອກວ່າ: ພາຍຫລັງສິ້ນການລະບາດພະຍາດໂຄວິດໃນທ້າຍປີ 2022 ແລະ ປີ 2024 ເປັນຕົ້ນມາ “ ຂ້ອຍເອງໄດ້ຕັດສິນໃຈຂາຍຖິ້ມລົດກະບະວີໂກ້ທີ່ໃຊ້ນໍ້າມັນເຊື້ອໄຟເພາະຮູ້ສຶກເບື່ອໜ່າຍຫລາຍຍ້ອນລາຄານໍ້າມັນແພງຂຶ້ນທຸກໆເດືອນ ແລະ ບໍ່ທ່າທີຈະຫລຸດລົງ ຖ້າທຽບກັນລະຫວ່າງລາຄານໍ້າມັນ ແລະ ລາຄາເຂົ້າກິນເຫັນວ່ານໍ້າມັນແພງກວ່າເຂົ້າກິນ ບາງຄັ້ງເສົ້າໃຈໃນຊີວິດປະຈໍາວັນດິ້ນຮົນຫາແຕ່ເງິນຊື້ນໍ້າມັນໄປວຽກ ແລະ ເຮັດທຸລະກິດຫຍັງກໍບໍ່ໄດ້ກໍາໄລຍ້ອນລາຄານໍ້າມັນແພງ ສະນັ້ນໄດ້ມານັ່ງຄິດ ແລະ ປຶກສາກັບເມຍວ່າເຖິງເວລາແລ້ວເຮົາຕ້ອງຕັດສິນລາຍລົດກະບະຖິ້ມແລ້ວຫັນມາຊື້ລົດໄຟຟ້າທີ່ຜະລິດຈາກ ສປ ຈີນທີ່ຄົນລາວຈໍານວນບໍ່ໜ້ອຍພວມຊື້ມາໃຊ້ຢ່າງຫລວງຫລາຍ ແລະ ບໍ່ຄິດເຫັນບັນຫາໃດໆ. ພາຍຫລັງຊື້ລົດໄຟຟ້າມາແລ້ວໄດ້ຂັບບໍລິການແທັກຊີໃນຂົງເຂດນະຄອນຫລວງຕ່າງໆ ເຊິ່ງສາມາດສ້າງລາຍຮັບໄດ້ສະເລ່ຍ 5-7 ແສນກີບຕໍ່ມື້ ແລະ ສາມາດສ້າງຮັບໄດ້ 10 ກວ່າລ້ານກີບຕໍ່ເດືອນ ມາເຖິງປັດຈຸບັນຂ້ອຍຈົນລືມປໍ້ານໍ້າມັນ ແລະ ຂ້ອຍເຊື່ອວ່າລົດຜະລິດຈາກ ສປ ຈີນມີຄຸນນະພາບດີຫລາຍ ນັບແຕ່ຊື້ມາໃຊ້ກໍບໍ່ມີບັນຫາໃດໆ ດ້ວຍເຫດນັ້ນສິ່ງຂອງທີ່ຜະລິດ ແລະ ເທັກໂນໂລຊີຈາກ ສປ ຈີນໄດ້ຮັບການພັດທະນາທັນສະໄໝແລ້ວບໍ່ຄືແຕ່ເກົ່າຄືນຫລັງ ຖ້າເບິ່ງຕົວຈິງສິນຄ້ານັບແຕ່ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໃນຄອບຄົວ ແລະ ພາຫະນະອື່ນໆກໍລ້ວນແຕ່ນໍາເຂົ້າຈາກຈີນກວມເອົາອັດຕາສູງກວ່າປະເທດອື່ນໆ”.
ດັ່ງຮູ້ນໍາກັນມາຮອດປັດຈຸບັນນີ້, ບໍ່ພຽງແຕ່ ສປປ ລາວເປັນຜູ້ນໍາເຂົ້າສິນຄ້າສໍາຄັນຕົ້ນຕໍຈາກຈີນ ແຕ່ຫາກບັນດາ 10 ປະເທດສະມາຊິກອາຊຽນກໍນໍາເຂົ້າສິນທີ່ມີຄວາມຫລາກຫລາຍຈາກຈີນເຊັ່ນກັນເປັນຕົ້ນ: ເຄື່ອງໃຊ້ໄຟຟ້າ, ເຄື່ອນຸ່ງຫົ່ມ, ເຄື່ອໃຊ້ໃນຄົວເຮືອນ, ລົດລາງພາຫະນະ, ເຄື່ອງກົນຈັກຜະລິດກະສິກໍາ ແລະ ອື່ນໆ.
ພ້ອມດຽວກັນນີ້, ປະຊາກອນຈາກ 10 ປະເທດອາຊຽນນັບໄດ້ 600 ລ້ານຄົນພວມຕື່ນເຕັ້ນ ແລະ ດີໃຈທີ່ໄດ້ຊົມໃຊ້ເອໄອ ຫລື ປັນຍາປະດິດ (AI Deepseek) ຈາກ ສປ ຈີນ ເຊິ່ງຈຸດດີຂອງເອໄອຈາກ ສປ ຈີນນີ້ແມ່ນເປັນຮູບແບບເອໄອອະນຸຍາດໃຫ້ຄົນເອົາໄປນໍາຟຣີບໍ່ເສຍເງິນ( open source) ໃນນັ້ນ

ຜູ້ໃຊ້ສາມາດໃຊ້, ດັດແກ້, ແລະ ແຈກຢາຍຊອຟແວຣ໌ໄດ້ຕາມຄວາມຕ້ອງການຂອງຕົນເອງ, ມີຄວາມປອດໄພສູງ ແລະ ແກ້ໄຂບັນຫາຄວາມປອດໄພໄດ້ໄວ; ຄ່າໃຊ້ຈ່າຍຕໍ່າ: ຊອຟແວຣ໌ open source ສ່ວນຫຼາຍແມ່ນບໍ່ເສຍຄ່າ, ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃນການພັດທະນາແລະບໍລິຫານລະບົບ; ສາມາດການປັບແຕ່ງໄດ້: ຜູ້ໃຊ້ສາມາດປັບແຕ່ງຊອຟແວຣ໌ໃຫ້ເໝາະສົມກັບຄວາມຕ້ອງການຂອງຕົນເອງ; ການຮຽນຮູ້ ແລະ ການພັດທະນາທັກສະ: ການເຂົ້າເຖິງລະຫັດແຫຼ່ງຊ່ວຍໃຫ້ນັກພັດທະນາໄດ້ຮຽນຮູ້ແລະພັດທະນາທັກສະຂອງຕົນ. ຈຸດດີເຫຼົ່ານີ້ເຮັດໃຫ້ open source ເປັນທາງເລືອກທີ່ດີສຳລັບຫລາຍໆຄົນ ແລະ ອົງກອນ.
ໂດຍລວມແລ້ວຜົນປະໂຫຍດຂອງ AI (ປັນຍາປະດິດ) ຈະນຳໃຊ້ເຂົ້າໃນວຽກງານສຳຄັນຂອງພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ບໍລິການອື່ນໆຫລາຍດ້ານເຊັ່ນ:
1. ສາທາລະນະສຸກ: ຊ່ວຍໃນການວິເຄາະວິໃຈໂລກພະຍາດ, ການບົງມັດຕິອະການຄົນເຈັບ ແລະພັດທະນາຢາຮັກສາໂລກພະຍາດໃໝ່
2.ການສຶກສາ: ຊ່ວຍໃນການສ້າງບົດຮຽນສ່ວນບຸກຄົນ, ການສອນອອນລາຍ, ແລະ ການປະເມີນຜົນການຮຽນ.
3. ການຂົນສົ່ງ:ຖືກນຳໃຊ້ໃນການຄວບຄຸມລົດໃຊ້ເອງ, ການຈັດຕາຕະລາງການຂົນສົ່ງ, ແລະການຄາດເດົາການຈະລາຈອນຕາມທ້ອງຖະໜົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.
4. ການບໍລິການລູກຄ້າ: ຊ່ວຍໃນການຕອບຄຳຖາມລູກຄ້າ, ການແນະນຳຜະລິດຕະພັນ, ແລະ ການຈັດການຄຳຮ້ອງທຸກຕ່າງໆ.
5.ການຜະລິດ: ຊ່ວຍໃນການຄວບຄຸມຄຸນນະພາບຜົນຜະລິດ, ການຄາດເດົາການບໍາລຸງຮັກສາ, ແລະ ການຈັດຕາຕະລາງການຜະລິດ.
6. ການເງິນ: ຖືກນຳໃຊ້ເຂົ້າໃນການວິເຄາະການຕະຫຼາດ, ການຈັດການຄວາມສ່ຽງ, ແລະການຕອບສະຫນອງລູກຄ້າ.
7. ຄວາມປອດໄພ : ສາມາດຊ່ວຍໃນການຄົ້ນຫາຜູ້ລະເມີດຄວາມປອດໄພ, ການຄວບຄຸມການເຂົ້າເຖິງ, ແລະ ການວິເຄາະຂໍ້ມູນຄວາມປອດໄພ.
ທັງໝົດເຫລົ່ານັ້ນມັນມີບົດບາດສຳຄັນໃນການປັບປຸງປະສິດທິພາບ, ຄວາມແມ່ນຍໍາ ແລະຄວາມສະດວກສະບາຍໃນວຽກງານຕ່າງໆໃນຊີວິດປະຈໍາວັນຂອງມະນຸດໄດ້ຢ່າງໜ້າມະຫັດສະຈັນ.