Tuesday, February 25, 2025
Homeຂ່າວໜ້າໜຶ່ງລາວ-ຈີນລົງນາມການຮ່ວມມືຫັນເປັນດິຈິຕອນ ແລະ ປັນຍາປະດິດ 09 ສະບັບ

ລາວ-ຈີນລົງນາມການຮ່ວມມືຫັນເປັນດິຈິຕອນ ແລະ ປັນຍາປະດິດ 09 ສະບັບ

ວັນທີ 23 ກຸມພາ 2025, ທີ່ນະຄອນຫຼວງວຽງຈັນ, ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ)ໄດ້ຕ້ອນຮັບ ທ່ານ ເສີນກ່າງ, ປະທານສະພາຜູ້ ແທນປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນ ແລະປຶກສາຫາລື ທິດທາງການຮ່ວມມືທາງດ້ານວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ ຂອງສອງປະເທດ ລາວ ແລະ ຈີນ ກໍຄື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ບັນດາພາກສ່ວນສະຖາບັນຄົ້ນຄວ້າຂອງ ກວາງຊີ.

ຄຽງຄູ່ກັນນັ້ນ, ສອງຝ່າຍ ກໍໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມເອກະສານຮ່ວມມື ທາງດ້ານວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ ລາວ-ຈີນ ຈຳນວນ 09 ສະບັບ ທັງພາກລັດ ແລະ ພາກເອກະຊົນ, ຊຶ່ງໃນນັ້ນມີ 04 ສະບັບເປັນການລົງນາມຂອງບັນດາພາກສ່ວນພາຍໃຕ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທງດ້ານສູນຮ່ວມມືນະວັດຕະກຳປັນຍາປະດິດ ລາວ-ຈີນ, 2) ບົດບັນທຶກຂໍ້ຕົກລົງ ສ້າງກົນໄກເພື່ອສົ່ງເສີມການຮ່ວມມືໃນຂົງເຂດວຽກງານການຫັນເປັນດິຈິຕອນ ແລະ ປັນຍາປະດິດ, 3) ບົດບັນທຶກຂໍ້ຕົກລົງ ວ່າດ້ວຍການຝຶກອົບຮົມດ້ານປັນຍາປະດິດ ແລະ ການຫັນເປັນດິຈິຕອນ, 4) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງສູນນະວັດຕະກຳພະລັງງານໃໝ່ ລາວ-ຈີນ.

ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments