ໃນຕອນເຊົ້າວັນທີ 23 ກຸມພາ 2025 ແຂວງສະຫວັນນະເຂດ ຈັດຂະບວນການຕ້ອນຮັບຂະບວນຄາຣາວານລົດຖີບ ຈາກແຂວງມຸກດາຫານ, ປະເທດໄທ ເພື່ອຮ່ວມຄາຣາວານລົດຖີບ ມິດຕະພາບ 2 ລໍ້ 2 ແຜ່ນດິນ ສະຫວັນນະເຂດ-ມຸກດາຫານ.
ໂອກາດນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກ່າວຕ້ອນຮັບວ່າ: ກິດຈະກຳນີ້ ເປັນເຄື່ອງໝາຍຂອງມິດຕະພາບ ອັນແໜ້ນແຟ້ນ ລະຫວ່າງ ແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ຕະຫຼອດຈົນເປັນການເຊື່ອມໂຍງ ຄວາມສຳພັນອັນດີ ລະຫວ່າງ ພີ່ນ້ອງປະຊາຊົນສອງປະເທດ ຊື່ງມີປະ ຫວັດສາດ, ວັດທະນະທຳ ແລະ ວິຖີຊີວິດທີ່ໃກ້ຊິດກັນມາໂດຍຕະຫຼອດ. ການຂີ່ລົດຖີບ ຄັ້ງນີ້ ບໍ່ພຽງແຕ່ເປັນກິດຈະກຳທາງການກິລາເພື່ອສຸຂະພາບເທົ່ານັ້ນ, ແຕ່ຍັງເປັນສັນຍະລັກຂອງຄວາມຮ່ວມມື, ຄວາມສາມັກຄີ ແລະ ຄວາມຕັ້ງໃຈຂອງເຮົາສອງປະເທດທີ່ ຈະສືບສານ ແລະ ພັດທະນາຄວາມສຳພັນອັນດີງາມໃຫ້ຄົງຢູ່ຕະຫຼອດໄປ ແລະ ທີ່ສຳຄັນ ປີນີ້ ເປັນປີທີ່ພິເສດຢ່າງຍີ່ງ ເນື່ອງຈາກເປັນປີແຫ່ງການສະເຫຼີມສະ ຫຼອງ 75 ປີ ແຫ່ງການຄວາມສຳພັນທາງການທູດ ລະຫວ່າງ ລາວ ແລະ ໄທ ຕື່ມອີກ.

ສໍາລັບຄາຣາວານລົດຖີບມິດຕະພາບ 2 ລໍ້ 2 ແຜ່ນດິນ ລາວ-ໄທ ກໍຄື ແຂວງສະ ຫວັນນະເຂດ – ແຂວງມຸກດາຫານ, ເຊີ່ງມີລົດຖີບເຂົ້າຮ່ວມທັງໜົດ 300 ຄັນ; ໃນນີ້ ມາຈາກມຸກດາຫານ 185 ຄັນ, ມາຈາກສະຫວັນນະເຂດ 115 ຄັນ.
ຂະບວນຄາຣາວານລົດຖີບມິດຕະພາບ 2 ລໍ້ 2 ແຜ່ນດິນ ສະຫວັນນະເຂດ-ມຸກດາຫານ ຄັ້ງທີ 11 ນີ້, ແມ່ນໄດ້ເລີ່ມຂະບວນຈາກຂົວມິດຈະພາບ ອອກໄປສູ່ເສັ້ນທາງເລກທີ 9 ແລ້ວມຸ່ງໜ້າເຂົ້າສູ່ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະ ຫວັນນະເຂດ ເພື່ອຢຸດພັກຊົ່ວຄາວ, ເພື່ອຈະໄປສະຖານທີ່ທ່ອງທ່ຽວແຄມແມ່ນໍ້າຂອງ ທີ່ລານພະຍານາກ ວັດໃຫຍ່ໄຊຍະພູມ ແລະ ເລາະຊົມຄຸ້ມເມືອງເກົ່າສະໄໝຝຣັ່ງ ຊົມທັດສະນີຍະພາບຂອງນະຄອນໄກສອນພົມວິຫານ ກໍຄືຕົວເມືອງເກົ່າຂອງເມືອງຄັນທະບູລີ ແລະ ຈຶ່ງອອກໄປຍັງແຫຼ່ງທ່ອງທ່ຽວບຶງວະ ເພື່ອຊື່ມຊົມທໍາມະຊາດ ແລະ ວິຖີຊີວິດຂອງຊາວແຂວງສະຫວັນນະເຂດ ເພື່ອມຸ່ງໜ້າໄປທີ່ພຣະທາດອີງຮັງ ເພື່ອເຂົ້າກາບໄຫວ້ ແລະ ສັກກະລະບູຊາ ພະທາດອີງຮັງ ມໍຣະດົກແຫ່ງຊາດລະດັບຊາດ ທີ່ເປັນ ມີ່ງຂວັນຂອງຊາວແຂວງສະຫວັນນະເຂດ ກໍຄື ຊາວລາວທົ່ວປະເທດ.
ທີ່ມາ: ມີເດຍລາວ