Tuesday, February 25, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບໍລິຫານທະນາຄານ ໄອຊີບີຊີ

ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາບໍລິຫານທະນາຄານ ໄອຊີບີຊີ

ຕອນແລງວັນທີ 20 ກຸມພາ 2025 ຜ່ານມາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫລຽວຫລິນ (Liao Lin) ປະທານສະພາບໍລິຫານ ທະນາຄານອຸດສາຫະກຳ ແລະ ການຄ້າຈີນ (ICBC) ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານປະທານສະພາບໍລິຫານ ທະນາຄານ ICBC ພ້ອມຄະນະ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນຂອງທະນາຄານ ICBC ໂດຍ ສະເພາະ ແມ່ນທະນາຄານ ICBC ສາຂານະຄອນຫລວງວຽງຈັນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພະການປະກອບສ່ວນສ້າງວຽກເຮັດງານທໍາໃຫ້ຄົນລາວ ແລະ ສ້າງຄວາມເຂັ້ມແຂງໃນຂົງເຂດວຽກງານດັ່ງກ່າວ ຂອງ ສປປ ລາວ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ບົນຈິດໃຈ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ນັບມື້ກ້າວສູ່ລວງເລິກ ແລະ ເກີດດອກອອກຜົນເປັນກ້າວໆ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບັນດານະໂຍບາຍສົ່ງເສີມການຄ້າ, ການລົງທຶນ, ການພັດ ທະນາໂຄງລ່າງພື້ນຖານ, ພະລັງງານບໍ່ແຮ່, ການທ່ອງທ່ຽວ, ການພົວພັນຕ່າງປະເທດ, ລວມທັງສະພາບການພັດທະ ນາທີ່ພົ້ນເດັ່ນໃນຂົງເຂດວຽກງານຂະແໜງການຕ່າງໆ ຂອງ ສປປ ລາວ ໃນປັດຈຸບັນ, ຕະຫລອດຮອດທ່າແຮງ ໃນການພັດທະນາ ໃຫ້ຄະນະຂອງທ່ານປະທານສະພາບໍລິຫານທະນາຄານ ICBC ຊາບຕື່ມອີກ; ທັງໄດ້ສະເໜີສືບຕໍ່ໃຫ້ການຊ່ວຍເຫລືອ ໂດຍນໍາໃຊ້ຮູ້ຄວາມສາມາດ ແລະ ປະສົບການ ດ້ານການເງິນຂອງຕົນ ເພື່ອຊ່ວຍ ສປປ ລາວຍົກລະດັບຄວາມສາມາດດ້ານການເງິນ, ສົ່ງເສີມນະວັດຕະກຳດ້ານການເງິນ, ເຊື່ອມໂຍງລະບົບການເງິນກັບພາກພື້ນ ແລະ ສາກົນ ມີຄວາມຄ່ອງຕົວຫລາຍຂຶ້ນ, ພ້ອມທັງສືບຕໍ່ສະໜັບສະໜູນດ້ານການເງິນ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ເພື່ອປະກອບສ່ວນສໍາຄັນເຂົ້າໃນການຊໍາລະສະສາງ ລະຫວ່າງ ສອງສະກຸນເງິນກີບ-ເງິນຢວນ ກໍຄື ການຊຳລະສະສາງໃຫ້ແກ່ລູກຄ້າລະດັບຕ່າງໆ ທີ່ນໍາໃຊ້ເງິນກີບ, ເງິນຢວນ ໃຫ້ສະດວກສະບາຍ ແລະ ເຂົ້າລະບົບເທື່ອລະກ້າວ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ມີຄວາມເຂັ້ມແຂງຂຶ້ນ.

ໂອກາດດຽວກັນ, ທ່ານ ປະທານສະພາບໍລິຫານ ICBC ກໍໄດ້ສະແດງຄວາມໃຈເປັນຢ່າງສູງຕໍ່ການຕ້ອນ ຮັບຢ່າງອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຄັ້ງນີ້; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024 ຂອງ ສປປ ລາວ; ໄດ້ລາຍງານໃຫ້ຊາບກ່ຽວກັບປະຫວັດການກຳເນີດເຕີບໃຫຍ່ ແລະ ສະພາບການບໍລິຫານທຸລະກິດທະນາຄານ ICBC.ສຳລັບທະນາຄານ ICBC ສາຂານະຄອນຫລວງວຽງຈັນ ກໍແມ່ນໜຶ່ງໃນທະນາຄານທຸລະກິດທີ່ໃຫຍ່ ແລະ ບໍລິການຮັບໃຊ້ປະຊາຊົນລາວ ຢ່າງກວ້າງຂວາງ; ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ຊຸກຍູ້ສົ່ງເສີມທະນາຄານ ICBC ສາຂານະຄອນຫລວງວຽງຈັນ ຕະຫລອດໄລຍະຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບສ້າງເງື່ອນໄຂ ໃຫ້ທະນາຄານ ICBC ສາຂານະຄອນຫລວງວຽງຈັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ຂະຫຍາຍຕົວ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments