ຄະນະກໍາມະການຮ່ວມມືລາວ-ຈີນ, ກະຊວງແຜນການ ແລະການລົງທຶນຈັດກອງປະຊຸມແລກປ່ຽນການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ໃນວັນທີ 23 ກຸມພານີ້ ທີ່ໂຮງແຮມ ຮໍລີເດອິນ ນະຄອນຫຼວງວຽງຈັນ. ມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ເສີນກາງ ເລຂາຄະນະພັກ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ກ່າວວ່າ: ກອງປະຊຸມແລກປ່ຽນການຮ່ວມມື ດ້ານເສດ ຖະກິດ-ການຄ້າ ລະຫວ່າງ ສປປ ລາວ – ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ, ເປັນເວທີໜຶ່ງທີ່ມີຄວາມສຳຄັນໃນການສົ່ງເສີມການພົວພັນ ແລະ ການຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນ ແລະ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດໄລຍະຫຼາຍທົດສະວັດຜ່ານມາ ແລະ ໄດ້ກ້າວເຂົ້າສູ່ຂີດໝາຍສໍາຄັນໃນການເພີ່ມທະວີ ແລະ ຍົກລະດັບການພົວພັນຮ່ວມມື ລາວ-ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ, ບົນຈິດໃຈ 4 ດີ (ເພື່ອນບ້ານທີ່ດີ, ສະຫາຍທີ່ດີ, ເພື່ອນທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ກໍຄືການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືກໍຄືການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະ ກໍຄື ການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງມີປະສິດທິພາບ ແລະ ປະສິດທິຜົນ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ປີ 2024 ທີ່ຜ່ານມາ ແມ່ນປີທີ່ພົ້ນເດັ່ນ ແລະ ມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ທີ່ ສອງຝ່າຍ ໄດ້ລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ໄລຍະປີ 2024-2028 ໃນໂອກາດທີ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືລະດັບສູງ ໜຶ່ງແລວ-ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ທີ່ນະຄອນຫຼວງປັກກິ່ງ ໃນເດືອນຕຸລາ 2023 ຜ່ານມາ ຊຶ່ງຂໍ້ລິເລີ່ມດັ່ງກ່າວ ຖືເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນ. ສໍາລັບ ສປປ ລາວ, ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ຜ່ານມາ ບໍ່ພຽງແຕ່ໄດ້ກາຍເປັນທ່າແຮງອັນສໍາຄັນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຄົມມະນາ ຄົມຂົນສົ່ງ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວຽກງານດ້ານການເຊື່ອມໂຍງ – ເຊື່ອມຈອດ ໃນພາກພື້ນ ໂດຍສະເພາະການສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ ຂອງປະຊາຊົນລາວ-ຈີນ ກໍຄື ອາຊຽນ-ຈີນ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ.
ການຄ້າລະຫວ່າງ ສປປ ລາວ – ສປ ຈີນ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນຢູ່ພາຍໃນ ສປປ ລາວ ແມ່ນມີທຸກຂະແໜງການ ໂດຍສະເພາະດ້ານພະລັງງານ, ບໍ່ແຮ່, ການບໍລິການ ແລະ ກະສິກໍາ, ໂດຍລວມມີຫຼາຍກວ່າ 923 ໂຄງການ ມີມູນຄ່າຫຼາຍກວ່າ 13 ຕື້ໂດລາ ແລະ ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດໃນ ສປປ ລາວ ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ.