Monday, February 24, 2025
Homeຂ່າວຕ່າງປະເທດຈີ 20 ຮຽກຮ້ອງການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ

ຈີ 20 ຮຽກຮ້ອງການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ

ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ຂອງກຸ່ມ 20 ປະເທດ ຫລື G20 ຈັດຂຶ້ນ ເມື່ອບໍ່ດົນມານີ້ຢູ່ນະຄອນໂຈຮັນເນສະເບິກ ປະເທດ ອາຟຣິກາໃຕ້. ກອງປະຊຸມຄັ້ງນີ້ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຈົ່ງເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ. ໃນໂອກາດນີ້ ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ, ປະທານາທິບໍດີອາຟຣິກາໃຕ້ ໄດ້ສະແດງໃຫ້ເຫັນຄວາມຈຳເປັນທີ່ຄວນຮັບຟັງຄຳເຫັນ ຂອງອາຟຣິກາ ໃນບັນຫາສຳຄັນ ລະດັບໂລກ ເຊັ່ນ: ການພັດທະນາແບບຍືນຍົງ, ເສດຖະກິດ ດີຈີຕອນ, ການຫັນໄປນຳໃຊ້ພະລັງງານທີ່ສະອາດ ແລະ ບັນຫາອື່ນໆ. ທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ ຍັງຮຽກຮ້ອງ ໃຫ້ປະເທດ ອາຟຣິກາຈົ່ງເພີ່ມທະວີ ການຮ່ວມມື ກັບປະເທດ ໃນພາກພື້ນອື່ນໆ, ນຳໃຊ້ມາດຕະການທີ່ກວມລວມ ແລະ ປະສານງານເປັນເອກະພາບກັນເພື່ອຮັບມືກັບສິ່ງທ້າທາຍ ລະດັບໂລກ ເຊັ່ນ: ຄວາມເຄັ່ງຕຶງ ທາງດ້ານການເມືອງພູມີພາກ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ເພີ່ມທະວີລັດທິຫລາຍຝ່າຍ ແລະ ຊຸກຍູ້ການປະຕິຮູບລະບົບການບໍລິຫານເສດຖະກິດໂລກ, ພ້ອມກັນນັ້ນຍັງຮຽກຮ້ອງໃຫ້ຮັບຟັງຄຳເຫັນຂອງອາຟຣິກາ ແລະ ຍົກລະດັບຄວາມມີສິດມີສຽງ ຂອງອາຟຣິກາໃຫ້ສູງຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments