ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ( ຄຊກມດ) ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນວັນທີ 24 ກຸມພາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທັງເປັນຮອງປະທານ ຄຊກມດ, ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້, ສຳມະນາກອນ ໄດ້ຮັບຟັງການນຳສະເໜີເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກແມ່ ແລະ ເດັກ ເປັນຕົ້ນ ກົນໄກການສົ່ມເສີມຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ແລະ ສາກົນ, ນິຕິກຳສາກົນ ກ່ຽວກັບສິດ ທິແມ່ຍິງ ແລະ ການຈັດຕັ້ງປະຕິບັດ ທີ່ ຄຊກມດ ຮັບຜິດຊອບ, ນິຕິກຳສາກົນກ່ຽວກັບສິດທິເດັກ ແລະ ການຈັດຕັ້ງປະຕິບັດ ທີ່ ຄຊກມດ ຮັບຜິດຊອບ, ຂອບນະໂຍບາຍ ແລະ ນິຕິກຳພາຍໃນ ແລະ ການຈັດ ຕັ້ງປະຕິບັດ ກ່ຽວກັບສິດທິແມ່ຍິງ, ຂອບນະໂຍບາຍ ແລະ ນິຕິກຳພາຍໃນ ແລະ ການຈັດຕັ້ງປະຕິບັດ ກ່ຽວກັບສິດທິເດັກ, ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ການເກັບກຳຂໍ້ມູນບົດບາດຍິງ-ຊາຍ ໃນຮູບແບບສັງເກດການ ແລະ ຮູບແບບທົ່ວໄປ. ທັງນີ້, ກໍເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດ ແລະ ນຳໄປຜັນຂະຫຍາຍ ເປັນແຜນການ, ໂຄງການ ແລະ ກິດຈະກຳອັນລະອຽດ, ການເຊື່ອມສານຄວາມສະເໝີພາບ ຍິງ-ຊາຍ ທີ່ຕິດພັນກັບວຽກງານຂອງຂະແໜງການຕົນ ເຂົ້າໃນແຜນລວມຂອງກະຊວງ, ອົງການ ເປັນຕົ້ນ ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກແມ່ ແລະ ເດັກ ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ, ບັນດານິຕິກໍາພາຍໃນ ແລະ ສາກົນກ່ຽວກັບສິດທິຂອງແມ່ຍິງ ແລະ ສິດທິເດັກ. ນອກຈາກນັ້ນ, ຍັງໄດ້ສົນທະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໃນແຕ່ລະພາກສ່ວນ ລວມທັງການຮ່ວມມືກັນໃນການ ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ທ່ານ ນາງ ຈັນໂສດາ ພອນທິບ ໄດ້ໃຫ້ຮູ້ວ່າ: ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສະເໝີພາບຍິງ-ຊາຍ ເປັນວຽກງານທີ່ສໍາຄັນຕົ້ນຕໍຂອງສັງຄົມ ທັງເປັນບັນຫາໃຈກາງທີ່ຕ້ອງໄດ້ຮັບການພັດທະ ນາ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ພັກ ແລະ ລັດຖະບານ ໄດ້ເອົາ ໃຈໃສ່ ແລະ ໄດ້ຖືສໍາຄັນວຽກງານດັ່ງກ່າວ ຊຶ່ງສະແດງອອກໃນແນວທາງຢ່າງແທ້ຈິງ ໂດຍອີງໃສ່ແນວ ທາງນະໂຍບາຍຂອງພັກ-ລັດທີ່ວາງອອກ ໃນແຕ່ລະໄລຍະ ລວມທັງໄດ້ມີກົນໄກທີ່ເຮັດວຽກກ່ຽວກັບ ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ໃນ ສປປ ລາວ ເຊິ່ງຈະມີຢູ່ 3 ກົນໄກ ຄື: ສະພາແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເຊິ່ງແຕ່ລະກົນໄກຈະມີພາລະບົດບາດ ແລະ ໜ້າທີ່ ທີ່ແຕກຕ່າງກັນ ແຕ່ກໍແມ່ນຈຸດປະສົງເພື່ອສົ່ງເສີມ ແລະ ພັດທະນາວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.