ຂ່າວສານຊີອາໄອລາຍງານໃນວັນທີ 20 ກຸມພາ ຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວໄດ້ຍົກຄຳຖາມກ່ຽວກັບຈີນ, ໄທ, ມຽນມາ ແລະ ປະເທດອື່ນໆຮ່ວມມືກັນເພື່ອປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ.
ທ່ານ ໂກ່ວເຈ່ຍຄຸ່ນ ກ່າວວ່າ: ການປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດຢ່າງເດັດດ່ຽວ ໄດ້ສ່ອງແສງໃຫ້ເຫັນເຖິງການຈັດຕັ້ງປະຕິບັດຕາມແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ແລະ ກໍເປັນທາງເລືອກທີ່ຈຳເປັນເພື່ອປົກປ້ອງຜົນປະໂຫຍດຮ່ວມຂອງປະເທດໃນພາກພື້ນ ຊຶ່ງສອດຄ່ອງກັບຄວາມປາຖະໜາຮ່ວມຂອງປະຊາຊົນບັນດາປະເທດ.
ຈີນ ພວມດຳເນີນການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍກັບໄທ, ມຽນມາ ແລະ ປະເທດອື່ນໆຢ່າງຕັ້ງໜ້າ, ໃຊ້ມາດຕະການແບບສັງລວມ, ແກ້ໄຂບັນຫາທັງຕົ້ນເຫດ ແລະ ປາຍເຫດ, ຮ່ວມກັນສະກັດກັ້ນພວກຄົນຮ້າຍທີ່ກໍ່ອາຊະຍະກຳຢູ່ປະເທດທີ່ກ່ຽວຂ້ອງ, ຮ່ວມກັນປາບປາມການຫຼອກລວງທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ, ປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມດ້ວຍຄວາມເປັນລະບຽບແຫ່ງການໄປມາຫາສູ່ກັນຂອງປະເທດໃນພາກພື້ນ.