Saturday, February 22, 2025
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ລາວ-ກູບາ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ-ກູບາ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 20-21 ກຸມພາ 2025, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອດີງາມມາດົນນານ ແລະ ຄວາມສາມັກຄີຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ; ໃນຕອນເຊົ້າຂອງວັນທີ 21 ກຸມພານີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະສອງຝ່າຍຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ກູບາ ພ້ອມຄະນະ ທີ່ກະຊວງການຕ່າງປະເທດ.

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆຈົນເຖິງປັດຈຸບັນ ຊຶ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ ກໍຄືການຢ້ຽມຢາມທາງລັດຖະກິດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໃນປີ 2023 ຜ່ານມາ; ພິເສດແມ່ນປີ 2024 ສອງປະເທດໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ກູບາ, ກູບາ-ລາວ ທີ່ນະຄອນຫຼວງວຽງຈັນ ແລະ ຕາງໜ້າໃຫ້ ພັກ-ລັດຖະບານກູບາ ເຂົ້າຮ່ວມງານໂດຍ ສະຫາຍ Juan Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດປະຊາຊົນແຫ່ງ ສ ກູບາ, ຜູ້ຕາງໜ້າພິເສດແຫ່ງ ສ ກູບາ ຊຶ່ງຖືເປັນປີທີ່ມີຄວາມໝາຍສໍາຄັນທັງຍັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ພ້ອມທັງກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ, ລວມທັງກໍານົດທິດທາງແຜນການຮ່ວມມືຂະແໜງການຕ່າງໆໃນຕໍ່ໜ້າເປັນຕົ້ນ ດ້ານການເມືອງ, ສາທາລະນະສຸກ, ການສຶກສາ, ກິລາ, ການຄ້າ-ການລົງທຶນ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນທັງໃນຂອບສອງຝ່າຍ,ຫຼາຍຝ່າຍ ໂດຍສະເພາະ ໃນເວທີ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77 ແລະ ຈີນ ແລະ ໃນເວທີອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນຂອງຕົນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຄົນໃໝ່ ແລະ ສະແດງຄວາມມຸ່ງໝັ້ນ ທີ່ຈະຮ່ວມເຮັດວຽກກັບ ສະຫາຍລັດຖະມົນຕີ ຢ່າງສະໜິດແໜ້ນເພື່ອຜົນປະໂຫຍດຮ່ວມກັນຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ກູບາ, ພ້ອມທັງເຊື້ອເຊີນ ສະຫາຍ ທອງສະຫວັນ ພົມວິຫານ ຢ້ຽມຢາມກູບາໃນໂອກາດທີ່ເໝາະສົມ.

ໃນຕອນທ້າຍ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ແລະ ຢ້ຳຄືນເຖິງຄວາມມຸ່ງໝັ້ນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງຂະແໜງການຕ່າງໆຂອງລາວ ແລະ ກູບາຢ່າງສຸດຄວາມສາມາດ, ພ້ອມທັງຈະຫາໂອກາດກະກຽມຢ້ຽມຢາມກູບາໃນເວລາທີ່ເໝາະສົມ. ພ້ອມດຽວກັນ, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງ ໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

(ຂ່າວ: ກົມການຂ່າວ ກຕທ, ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments