ວັນທີ 19 ກຸມພາ 2025 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງ ຈັນ ກະຊວງແຜນການ ແລະ ການລົງທຶນ ອົງການຮ່ວມມືເພື່ອການພັດທະນາຂອງລຸກຊໍາບວກ (LuxDev) ແລະ ອົງການຮ່ວມມືເພື່ອການພັດທະນາຂອງສະວິດເຊີແລນ (SDC) ໄດ້ຮ່ວມກັນຈັດກອງປະຊຸມຄະ ນະຊີ້ນໍາລະດັບຊາດ ແຜນງານພັດທະນາທ້ອງຖິ່ນ (ແຜນງານລາວ/338) ໂດຍເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ໂທມັດສ໌ ລາມາຣ ອຸປະທູດສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ ອັນເດຼອັສ ເກີລິສ ຮອງຜູ້ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ ຫ້ອງການຮ່ວມມື ແລະ ກົງສຸນແຫ່ງປະເທດສະວິດເຊີແລນ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ 4 ແຂວງເປົ້າໝາຍຂອງແຜນງານເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອພ້ອມກັບສະຫຼຸບຕີລາຄາຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະປີ 2024 ຜ່ານມາ ແລະ ກຳ ນົດທິດທາງປີ 2025 ທ່ານ ນາງ ພອນວັນ ອຸທະວົງ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາທ້ອງຖິ່ນ ໂດຍສະເພາະແມ່ນການພັດທະນາຊົນນະ ບົດ ແລະ ການແກ້ໄຂຄວາມທຸກຍາກ ເຊິ່ງເປັນເງື່ອນໄຂພື້ນ ຖານໃນການຮັບປະກັນການພັດທະນາແບບຍືນຍົງ ສະນັ້ນ ແຜນງານລາວ/338 ແມ່ນເປັນການຈັດຕັ້ງປະ ຕິບັດຮອບດ້ານບັນດາບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026- 2030) ທີ່ຈະມາເຖິງນີ້ ລວມທັງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງທ້ອງຖິ່ນ ໂດຍສະເພາະໃນ 4 ແຂວງເປົ້າໝາຍ ທ່ານຍັງໄດ້ເນັ້ນ ໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຍົກສູງຄວາມເປັນເຈົ້າການ ການປະສານງານ ແລະ ສ້າງຄວາມກົມກຽວຂອງບັນດາພາກ ສ່ວນກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕົວຈິງໃຫ້ໄປໃນແນວທາງດຽວກັນ ແລະ ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ.

ຜ່ານການຈັດຕັ້ງຜັນຂະຫຍາຍແຜນງານ ເຫັນວ່າໃນປີ 2024 ສາມາດຍາດໄດ້ຜົນສຳເລັດຫຼາຍວຽກງານ ເປັນຕົ້ນ ໄດ້ສຳເລັດການສ້າງແຜນພັດທະນາບ້ານຈຳນວນ 226 ແຜນ ໃນ 17 ເມືອງ ຄູ່ຮ່ວມງານ ໄດ້ເຊັນສັນຍາຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງຂະໜາດນ້ອຍ 47 ໂຄງ ການ ນອກຈາກນີ້ ຍັງໄດ້ປະຕິບັດກິດຈະກຳພັດທະນາຂີດຄວາມສາ ມາດໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງ ຖິ່ນຈຳນວນ 111 ຄັ້ງ ໃນນັ້ນ 56 ຄັ້ງ ແມ່ນການເຝິກອົບຮົມສະເພາະດ້ານ ສຳລັບ ປີ 2025 ນີ້ ແມ່ນຈະໄດ້ສຶບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ກຳນົດໄວ້ໃນແຜນ ລວມທັງການພັດທະນາດ້ານໂພຊະນາການ ການສຶກສາ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ.