ໃນວັນທີ 17 ກຸມພາ 2025 ຢູ່ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຈັດພິທີເປີດໂຄງການຊ່ວຍເຫຼືອເປັນເງິນສົດໃຫ້ແກ່ຄອບຄົວທຸກຍາກທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ພັກ-ພະນັກງານ, ມີທ່ານ ນາໂອກິ ເມອິກະວະ ຮອງອໍານວຍການອົງການອາຫານໂລກ ປະຈໍາ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງຈາກອົງການອາຫານໂລກ, ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ການຊ່ວຍເຫຼືອມອບເງິນສົດໃນຄັ້ງນີ້ແມ່ນການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ເພື່ອໃຫ້ເຂົາເຈົ້າເຂົ້າເຖິງສິ່ງທີ່ຈໍາເປັນ ເຊັ່ນ: ອາຫານ, ສຸຂະພາບ, ທີ່ພັກອາໄສ ແລະ ສິ່ງຈໍາເປັນ ອື່ນໆ ການຊ່ວຍເຫຼືອຟື້ນຟູຄອບຄົວຜູ້ທຸກຍາກຈາກຜົນກະທົບຂອງໄພນໍ້າຖ້ວມ ສະເພາະຢູ່ເມືອງຫຼວງນໍ້າທາ ມີ 14 ບ້ານເປົ້າໝາຍ ຄື: ບ້ານປ່າສັກ, ບ້ານໃໝ່, ບ້ານທ່າອໍ້, ບ້ານດອນຄູນ, ບ້ານປຸ່ງ, ບ້ານຫຼວງ, ບ້ານຂອນ, ບ້ານດອນສໍາພັນ, ບ້ານປ່າປົວະ, ບ້ານບໍ່ປຽດ, ບ້ານບໍ່ເຕ່ນ, ບ້ານຕີນຕົກ, ບ້ານທົ່ງໃຈ້ໃຕ້ ແລະ ບ້ານສົບຊີມ ມີ 576 ຄົວເຮືອນ, ມີພົນລະເມືອງ 2,591 ຄົນ ແລະ ໄດ້ຮັບເງິນສົດຜູ້ລະ 1, 250,000 ກີບ ເປັນເງິນທັງໝົດ 3,238,750,000 ກີບ ໂດຍການເບີກຈ່າຍເງິນຜ່ານລະບົບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຫຼວງນໍ້າທາ.

ໂອກາດນີ້ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ພັກ-ພະນັກງານ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງໝູນໃຊ້ເງິນຈາກການຊ່ວຍເຫຼືອຂອງໂຄງການໃຫ້ຖືກເປົ້າ
ໝາຍ ເພື່ອຟື້ນຟູຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນກວ່າເກົ່າ.