ຄວາມກົດດັນສູງຂອງອາກາດເຢັນ ຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ.

ຊຶ່ງຈະເຮັດໃຫ້ອາກາດ ຍັງຈະສືບຕໍໍ່ເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງ ຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.