Saturday, February 22, 2025
Homeສຶກສາມຊ ສ້າງເວທີໃຫ້ຊ່ຽວຊານ ຄູ-ອາຈານ ແລະ ນັກວິຊາການທາງດ້ານພາສາອັງກິດ ພົບປະແລກປ່ຽນບົດຮຽນ

ມຊ ສ້າງເວທີໃຫ້ຊ່ຽວຊານ ຄູ-ອາຈານ ແລະ ນັກວິຊາການທາງດ້ານພາສາອັງກິດ ພົບປະແລກປ່ຽນບົດຮຽນ

ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມສາກົນກ່ຽວກັບການສອນພາສາອັງກິດ ຄັ້ງທີ 19 ເມື່ອບໍ່ດົນຜ່ານມາທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍກເປັນປະທານຂອງທ່ານ ຮສ ປອ ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ ທ່ານ ນາງ ມິເຊວ ເອົາລໍ ເອກອັກຄະລັດຖະທູດສະຫະລັດອາເມຣິການ ປະຈຳລາວ ມີຄູສອນພາສາອັງກິດຈາກທົ່ວປະເທດ ຄູສອນຈາກສະຖານທູດອາເມຣິການປະຈຳລາວ ພະນັກງານວິຊາການ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເກືອບ 200 ຄົນ.

ການຈັດກອງປະຊຸມໃນຄັ້ງນີ້ ຈຸດປະສົງເພື່ອສ້າງເວທີໃຫ້ແກ່ຊ່ຽວຊານ ຄູ-ອາຈານ ແລະ ນັກວິຊາການທາງດ້ານ ພາສາອັງກິດ ໄດ້ມາພົບປະແລກປ່ຽນວິທີການສອນພາສາອັງກິດຕ່າງໆ ໂດຍຜ່ານຫຼາຍຫົວຂໍ້ ແລະ ຫຼາຍຮູບແບບການນໍາສະເໜີ (Keynote speech, Parallel sessions, workshop and Poster presentation) ພາຍໃຕ້ຫົວຂໍ້ໃຫ່ຍຂອງກອງປະຊຸມໃນປີນີ້ແມ່ນ “Innovative Approaches to ELT: Teaching Methods and Assessments.

ໂອກາດນີ້ ທ່ານ ຮສ ປອ ອຸ່ນຫຼ້າ ສີວັນເພັງ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເຊິ່ງເປັນກອງປະຊຸມປະຈໍາປີທີ່ໃຫຍ່ທີ່ສຸດສໍາລັບຄູສອນພາສາອັງກິດຈາກລາວ ແລະ ທົ່ວອາຊີ ເພື່ອເຕົ້າໂຮມຊ່ຽວຊານ ຄູ-ອາຈານ ແລະ ນັກວິຊາການດ້ານການສອນພາສາອັງກິດ ສຳລັບພາສາອັງກິດແມ່ນມີຄວາມສຳຄັນຫຼາຍ ເພາະວ່າພາສາອັງກິດແມ່ນພາສາສາກົນທີ່ເປັນຂົວເຊື່ອມຕໍ່ວັດທະນະທໍາ ສົ່ງເສີມການຮ່ວມມື ແລະ ເປີດປະຕູສູ່ໂອກາດ ແລະ ເປັນໂອກາດທີ່ດີສໍາລັບຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຈະໄດ້ຮັບການພັດທະນາວິຊາຊີບຂອງຕົນເອງ ແລະ ຊ່ວຍພັດທະນາປະເທດຊາດໃຫ້ພັດທະນາຂຶ້ນ.

ຂ່າວໂດຍ: ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments