ວັນທີ 18 ກຸມພາ 2025, ພະແນກຕຳຫຼວດ ປກສ ເມືອງໂພນໂຮງ ແຂວງວຽງ ຈັນ ໄດ້ຈັບຕົວຜູ້ຄ້າ-ຂາຍ ໃບກະທ໋ອມ ພ້ອມດ້ວຍກຸ່ມມົ໊ວສຸມດື່ມນ້ຳກະທ່ອມ ມາສືກສາອົບຮົມ ໂດຍມີ ພັທ ວິໄລທອງ ຫຼວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ, ມີຜູ້ປົກຄອງ ແລະ ກຸ່ມມົ້ວສຸມດື່ມນໍ້າກະທ່ອມ ເຂົ້າຮ່ວມ.
ພັທ ວິໄລທອງ ຫຼວງອາໄພ ໃຫ້ຮູ້ວ່າ: ໃນວັນທີ 13 ກຸມພາ 2025, ເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ໄດ້ລົງມ້າງຈຸດມົ້ວສຸມກະທ່ອມຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ນວນ 05 ຄົນຄື: ທ້າວ ຕົ້ນທອງ ອາຍຸ 24 ປີ ອາຊີບ ຊາວນາ ຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງໃບກະທ່ອມ ຈຳນວນ 107 ກິໂລກຼາມ, ກັນຊາ ຈຳນວນ 200 ກຼາມ; ທ້າວ ຊ້າງນ້ອຍ ອາຍຸ 21 ປີ, ທ້າວ ສາລີ ອາຍຸ 20 ປີ, ທ້າວປັນຈາ ອາຍຸ 20 ປີ ແລະ ທ້າວ ເຈມ ອາຍຸ 17 ປີ, ຈາກນັ້ນເຈົ້າໜ້າທີ່ຈິ່ງໄດ້ນຳຕົວພວກກ່ຽວມາສຶກສາອົບຮົມ ແລ້ວນຳຕົວທ້າວ ຕົ້ນທອງ (ຜູ້ຂາຍ) ມາທຳການສືບສວນ-ສອບສວນ.

ທ້າວ ຕົ້ນທອງ ຮັບສາລະພາບວ່າ: ໃບກະທ່ອມຈຳນວນ 107 ກິໂລກຼາມ ແລະ ກັນຊາ ຈຳນວນ 200 ກຼາມ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນແມ່ນເປັນຂອງຜູ້ກ່ຽວແທ້ ໃນຄັ້ງວັນທີ 09 ກຸມພາ 2025 ໄດ້ສັ່ງຊື້ໃບກະທ່ອມ ຈາກ ທ້າວ ແສງອາຄົມ ຢູ່ນະ ຄອນຫຼວງວຽງຈັນ ຈໍານວນ 107 ກິໂລກຼາມ ໃນຄາລາ 14.000.000 ກີບ ໂດຍແບ່ງອອກເປັນ 02 ຮ່ວງຄື: ຮ່ວງຂອງຜູ້ກ່ຽວ ຈຳນວນ 4.000.000 ກີບ ແລະ ຮ່ວງຂອງ ທ້າວ ຄຳພອນ ຢູ່ແຂວງ ອຸດົມໄຊ ຈຳນວນ 10.000.000 ກີບ, ໃນຄັ້ງວັນທີ 09-10 ກຸມພາ 2025 ທ້າວ ຄໍາພອນ ໄດ້ໂອນເງິນໃຫ້ ທ້າວ ແສງອາຄົມ ຈຳນວນ 10.000.000 ກີບ ຮອດວັນທີ 12-13 ກຸມພາ 2025 ຜູ້ກ່ຽວຈິ່ງໄດ້ໂອນຮ່ວງຂອງ ຜູ້ກ່ຽວຈຳນວນ 4.000.000 ກີບ ໃຫ້ທ້າວ ແສງອາຄົມ. ພໍຮອດວັນທີ 13 ກຸມພາ 2025 ທ້າວ ແສງອາຄົມ ໄດ້ໂທມາຫາຜູ້ກ່ຽວວ່າຈະຝາກເຄື່ອງມາໃຫ້ ຮອດເວລາ 12:10 ໂມງ ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມທັງໄດ້ໄປນຳເອົາເຄື່ອງ ( ໃບກະທ່ອມ ) ທີ່ທ້າວ ແສງອາຄົມ ຝາກມາໃຫ້ທາງລົດໂດຍສານ ວຽງຈັນ-ທ່າລາດ ໃນຄັ້ງວັນທີ 06 ກຸມພາ 2025 ຜູ້ກ່ຽວໄດ້ໂທໃຫ້ໝູ່ຊື່ທ້າວ ເລ່ ອາຍຸ 19 ປີ ຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ທີ່ກຳລັງສຶກສາຢູ່ນະຄອນຫຼວງວຽງຈັນ ຊື້ກັນຊາໃນລາຄາ 1.000.000 ກີບ ໄດ້ 200 ກຼາມ, ກັນຊາທີ່ຊື້ນັ້ນແມ່ນຊື້ມາໄວ້ສູບເອງ.

ຕາມປະມວນກົດໝາຍອາຍາ, ທ້າວ ຕົ້ນທອງ ມີຢາເສບຕິດປະເພດ (ກັນຊາ) ແລະ ໃບກະທ໋ອມໄວ້ໃນຄອບຄອງຢ່າງແທ້ຈິງ ເຊິ່ງຜິດຕໍ່ກົດໝາຍມາດຕາ 315 ແລະ ມາດຕາ 275 ຂອງປະມວນກົດໝາຍອາຍາສະບັບປັງປຸງ ປີ 2017.
ຂ່າວ: ປກສ ແຂວງວຽງຈັນ