Saturday, February 22, 2025
Homeຂ່າວຕ່າງປະເທດສະພາແຫ່ງຊາດຫວຽດນາມ ຮັບຮອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລ່າວກາຍ-ຮ່າໂນ້ຍ-ຫາຍຟ່ອງ

ສະພາແຫ່ງຊາດຫວຽດນາມ ຮັບຮອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລ່າວກາຍ-ຮ່າໂນ້ຍ-ຫາຍຟ່ອງ

ວັນທີ 19 ກຸມພານີ້, ກອງປະຊຸມວິສາມັນ ຄັ້ງທີ 9 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາໂຄງການກໍ່ສ້າງເສັ້ນທາງລົດໄຟລ່າວກາຍ-ຮ່າໂນ້ຍ-ຫາຍຟ່ອງ ເຊິ່ງເຊື່ອມຕໍ່ຫວຽດນາມກັບຈີນ ທີ່ສະເໜີໂດຍລັດຖະບານຫວຽດນາມ. ໂຄງການດັ່ງກ່າວໄດ້ຮັບສຽງເຫັນດີ 455 ສຽງ, ໃນຈໍານວນຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 459 ທ່ານ.

ອີງຕາມຂໍ້ມູນຈາກເວັບໄຊ https://tuoitrenews.vn/news/ ໄດ້ລາຍງານໃນວັນທີ 11 ກຸມພາ 2025 ໃຫ້ຮູ້ວ່າ: ເສັ້ນທາງລົດໄຟດັ່ງກ່າວ ຈະມີຄວາມຍາວປະມານ 390 ກວ່າກິໂລແມັດ ແລະ ຈະນໍາໃຊ້ງົບປະມານໃນການກໍ່ສ້າງປະມານ 8 ຕື້ໂດລາສະຫະລັດ ໂດຍແບ່ງອອກເປັນ 2 ໄລຍະ ຄື: ແຕ່ປີ 2026-2030 ຈະນໍາໃຊ້ທຶນ 7 ຕື້ໂດລາ ແລະ ແຕ່ປີ 2031-2035 ຈະນໍາໃຊ້ທຶນ 1 ຕື້ໂດລາ. ໂຄງການກໍ່ສ້າງເສັ້ນທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ຈະເຊື່ອມຕໍ່ນະຄອນຄຸນໝິງ, ແຂວງຢຸນນານ ຂອງຈີນ.

ຂໍ້ມູນ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments