ຊາວໜຸ່ມໂລກຈະຈັດຂຶ້ນທຸກໆ 3 ປີ ແລະ ມີການມອບລາງວັນໃຫ້ແກ່ຜູ້ທີ່ປະກອບສ່ວນອັນດີເດ່ນ ໃນການພັດທະນາຊຸມຊົນ ໂດຍສະເພາະເດັກ ແລະ ໄວໜຸ່ມ ເຊິ່ງໃນປີນີ້ມີ ຜູ້ເຂົ້າຮ່ວມກອງປະຊຸມ ທັງໝົດ 50 ປະເທດທົ່ວໂລກ, ໂດຍມີ 9 ປະເທດທີ່ໄດ້ຮັບລາງວັນນີ້ ເຊິ່ງປະເທດທີ່ໄດ້ຮັບລາງວັນ ຕ້ອງມີຜົນງານອັນໂດດເດັ່ນໃນການຊ່ວຍເຫລືອເດັກ ແລະ ເຍົາວະຊົນຢູ່ພາຍໃນປະເທດຕົນຢ່າງໂດດເດັ່ນປະຈັກຕາຊາວໂລກ. ໃນປີນີ້, ຕົວແທນຈາກປະເທດລາວສອງທ່ານທີ່ໄດ້ຮັບລາງວັນນີ້ຄື ທ່ານ ອໍາ ໄພວັນ ສຸພັນທອງ ປະທານບໍລິສັດ ມິດສະເຕີ ແອນ ມິດບິວຕີ້ ພາວເວີລາວ ຈໍາກັດ (Mister & Miss Beauty Power Laos Sole Co., LTD) ທັງເປັນປະທານອົງການ IMBC Organisation International Cooperations ແລະ ທ່ານ ໂສພາ ອິນທະວົງສາ ທີ່ປຶກສາກິດຕິມາສັກຂອງໂຄງການ ທັງເປັນຜູ້ທີ່ທຸ້ມເທສະຕິປັນຍາໃນການສ້າງ ແລະ ພັດທະນາເດັກໃນໄລຍະຫລາຍປີຜ່ານມາ.

ທ່ານ ອໍາໄພວັນ ສີສຸພັນ ໄດ້ ໃຫ້ສຳພາດນັກຂ່າວ ສຳນັກຂ່າວສານປະເທດລາວເມື່ອໝໍ່ໆ ມານີ້ວ່າ: ກ່ອນອື່ນຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ເຊິ່ງລາງວັນນີ້ມັນແມ່ນຜົນງານ ແລະ ເປັນຄວາມພາກພູມໃຈອັນໜຶ່ງໃນການສ້າງແຮງບັນດານໃຈໃນປະກອບສ່ວນຊ່ວນເຫລືອເດັກ ແລະ ໄວໜຸ່ມຂອງລາວໃຫ້ກ້າວໄປສູ່ເວທີສາກົນ. ລາງວັນນີ້ມັນສະທ້ອນໃຫ້ເຫັນວ່າໂຄງການສະໜັບສະໜູນເດັກນ້ອຍ ແລະ ເຍົາວະຊົນລາວ ໃນການພັດທະນາບຸກຄະລິດຄະພາບ, ຄວາມສາມາດ ແລະ ເສີມສ້າງຄວາມໝັ້ນໃຈໃຫ້ແກ່ເດັກ ແລະ ໄວໜຸ່ມລາວສາມາດກ້າສະແດງອອກໃນລະດັບເວທີພາກພື້ນ ແລະ ລະດັບໂລກ. ນອກຈາກນັ້ນ, ໂຄງການຂອງພວກຂ້າພະເຈົ້າຍັງໄດ້ມີການຊ່ວຍເຫລືອເດັກນ້ອຍດ້ອຍໂອກາດ ແລະ ສະໜັບສະໜູນຊ່ວຍເຫລືອພັດທະນາຊຸມຊົນອີກດ້ວຍ.

ທ່ານ ໂສພາ ອິນທະວົງສາ ເປັນອີກບຸກຄົນໜຶ່ງທີ່ໄດ້ຮັບລາງວັນດັ່ງກ່າວໄດ້ກ່າວວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫລາຍທີ່ໄດ້ຮັບລາງວັນນີ້ ເຊິ່ງຕົນເອງກໍ່ໄດ້ປະກອບສ່ວນຊ່ວຍເຫລືອເດັກ ແລະ ໄວໜຸ່ມມາເປັນເວລາຫລາຍປີ ເຊິ່ງເຫັນໄດ້ວ່າຜົນງານໃນການປະກອບສ່ວນສະຕິປັນຍາ ແລະ ເຫື່ອແຮງໃນການພັດທະນາເດັກ ແລະ ໄວໜຸ່ມ ໄດ້ປະກົດສູ່ສາຍຕາຊາວໂລກ.
ລາງວັນ TOKEN of LOVE ແມ່ນລາງວັນທີ່ມີຄວາມເມດຕາ, ຄວາມສາມັກຄີ ແລະ ພະລັງຂໍ້ລິເລີ່ມທີ່ນໍາໂດຍເຍົາວະຊົນ ໃນການສ້າງອະນາຄົດທີ່ດີຂຶ້ນ, ການໄດ້ຮັບລາງວັນນີ້ບໍ່ພຽງແຕ່ເນັ້ນຢໍ້າເຖິງຄວາມສຳຄັນຂອງການມີ ສ່ວນຮ່ວມໃນການພັດທະນາຂອງ ເຍົາວະຊົນ ແລະ ຮ່ວມມືດ້ານວັດທະນະທຳ ກັບບັນດາປະເທດໃນທົ່ວໂລກ ເຊິ່ງຄວາມສຳເລັດຂອງຜູ້ແທນລາວທີ່ໄດ້ເຂົ້າຮ່ວມໃນງານກອງປະຊຸມຄັ້ງນີ້ ໄດ້ກາຍເປັນແຮງບັນດານໃຈໃຫ້ຜູ້ນໍາຮຸ່ນໃໜ່ໃນທົ່ວປະເທດ, ພ້ອມທັງສະແດງໃຫ້ເຫັນຄວາມທຸ້ມເທຂອງຜູ້ທີ່ປະກອບສ່ວນໃນການຊ່ວຍເຫລືອເດັກໃນເວທີສາກົນ.
ໂດຍ: ສຸກທະວີ