Sunday, February 23, 2025
Homeຂ່າວພາຍໃນຫາລືວຽກງານຄຸ້ມຄອງອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

ຫາລືວຽກງານຄຸ້ມຄອງອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ຂຶ້ນໃນວັນທີ 18 ກຸມພາ 2025 ທີ່ໂຮງແຮມຄຼາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ມີ ທ່ານຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງ ຈັນ ຕາງໜ້າອົງການປົກຄອງທ້ອງຖິ່ນຂອງແຂວງ ບໍລິຄຳໄຊ ແຂວງວຽງຈັນ ແຂວງໄຊສົມບູນ ແລະ ນະຄອນຫຼວງວຽງຈັນ ຕາງໜ້າຈາກຂະແໜງການກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ກົມ ກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໃນໄລຍະຜ່ານມາ ແລະ ຄົ້ນຄວ້າປຶກສາຫາລື ກໍານົດທິດທາງ ການແກ້ໄຂປະກົດການຫຍໍ້ທໍ້ ບັນດາໄພຂົ່ມຂູ່ທີ່ເກີິດຂຶ້ນ ເປັນຕົ້ນ: ບັນຫາການບຸກລຸກຈັບຈອງທີ່ດິນ ການລັກລອບຕັດໄມ້ທີ່ຜິດກົດໝາຍ ການບຸກລຸກປ່າໄມ້ ການຈູດປ່າແບບຊະຊາຍ ການລ່າສັດປ່າ ການປ່ອຍສັດ-ລ້ຽງສັດ ແລະ ການອະນຸຍາດດໍາເນີນກິດຈະການຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງສະພາບລວມຂອງວຽກງານການບໍລິຫານ ແລະ ການຄຸ້ມຄອງ ທິດທາງແຜນການຄຸ້ມຄອງໃນຕໍ່ໜ້າ ແລະ ລາຍງານການລົງເກັບກໍາຂໍ້ມູນ ຈັດຕັ້ງປະຕິບັດກົດໝາຍ ໃນເຂດອຸທິຍານແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ພ້ອມ ກັນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ແນໃສ່ເພື່ອຊ່ວຍກັນແກ້ ໄຂບັນຫາ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສະພາບປັດຈຸບັນ ເພື່ອເປັນແນວທາງໃນການກໍານົດທິດທາງແຜນການ ແລະ ມາດຕາການແກ້ໄຂໃນຕໍ່ໜ້າໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ປົກປັກຮັກ ສາ ຊັບພະຍາກອນປ່າໄມ້ໃນເຂດດັ່ງກ່າວໃຫ້ມີປະສິດທິພາບ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດໄດ້ໃຫ້ມີປະສິດທິຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments