Sunday, February 23, 2025
Homeຂ່າວພາຍໃນກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29

ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງ ທີ 29 ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2025 ນີ້, ທີ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໂດຍການເປັນປະທານ ຝ່າຍລາວ ນຳໂດຍທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ແລະ ຝ່າຍໄທ ນໍາ ໂດຍທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະກໍາມະການທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນທົບທວນ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດ ຕາມບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ທີ່ ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນ ທີ 18-22 ທັນວາ 2023, ໂດຍທັງສອງຝ່າຍ ມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມືຂອງທັງສອງປະເທດ ໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບຮຽບຮ້ອຍ ແລະ ສະແດງຄວາມຍິນດີທີ່ສາຍພົວພັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບ ຣາຊະອານາຈັກໄທ ຈະຄົບຮອບ 75 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ໃນປີ 2025, ເຊິ່ງທັງສອງຝ່າຍຈະປຶກສາຫາລືໃນການຈັດກິດຈະກຳຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກນີ້ ກອງປະຊຸມໄປປຶກສາຫາລືບັນດາວຽກງານຕ່າງໆເປັນຕົ້ນ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ການຮ່ວມມືໃນການປົກປັກຮັກສາເສັ້ນຊາຍແດນລາວ-ໄທ, ການຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນຢາເສບຕິດຕາມຊາຍແດນ ລາວ-ໄທ, ການຕິດຕໍ່ປະສານງານ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືໃນການແກ້ໄຂບັນຫາການກໍ່ການຮ້າຍສາກົນ ລະຫວ່າງ ລາວ-ໄທ, ການຮ່ວມມືໃນການແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ, ຮ່ວມມືໃນການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ, ການຮ່ວມມື ແກ້ໄຂບັນຫາອາຊະຍາກຳ ຂ້າມແດນ ແລະ ອື່ນໆ.

ໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານ ຮ່ວມຝ່າຍໄທ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ດັ່ງກ່າວ ສໍາລັບຄັ້ງຕໍ່ໄປ ຝ່າຍລາວຮັບເປັນ ເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments