Saturday, February 22, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ຮອງນາຍົກລັດຖະມົນຕີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຈັດຂຶ້ນໃນວັນທີ 19 ກຸມພາ 2025, ທີ່ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ) ໂດຍການໃຫ້ເປັນປະທານ ແລະ ປາຖະກະຖາຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ບັນດາຮອງລັດຖະມົນຕີ, ຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະກົມ, ຄະນະບັນຊາ, ປກສ ນະຄອນຫລວງວຽງຈັນ ພ້ອມດ້ວຍ ນາຍຕຳຫລວດຫລັກແຫລ່ງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ. ຈຸດປະສົງ ການຈັດປາຖະກະຖາຄັ້ງນີ້, ກໍເພື່ອເຜີຍແຜ່ໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມເນື້ອໃນກ່ຽວກັບປະຫວັດ, ມູນເຊື້ອ, ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ທັງເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ພາຍໃນກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນ ປະຫວັດການກຳເນີດເຕີບໃຫຍ່ ແລະ ມູນເຊື້ອອັນດີງາມຂອງພັກ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກ ຕະຫລອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນໍາພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ທີ່ມີຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫລາຍເທົ່າ, ແຕ່ດ້ວຍຄວາມສະຫລາດສ່ອງໃສ ແລະ ຄວາມມີໄຫວພິບຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການຊ່ວຍເຫລືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫລັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫລອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ເສດຖະ ກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ ເຊິ່ງເຮັດໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີພາກພື້ນ ແລະ ສາກົນ ສູງຂຶ້ນເປັນກ້າວໆ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments