ປັດຈຸບັນອາຊີບປູກຝັງ-ລ້ຽງສັດ ເປັນອາຊີບທີ່ສ້າງລາຍ ຮັບໄດ້ ແກ່ຄອບຄົວໄດ້ຫລາຍສົມຄວນ ໂດຍສະເພາະຜູ້ທີ່ມີເງື່ອນໄຂ ໄດ້ຫັນມາ ປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດໃຫ້ແກ່ຄອບຄົວ ເຊິ່ງບາງຄອບ ຄົວກໍເຮັດເປັນອາຊີບເສີມ ແລະ ບາງຄອບຄົວກໍຢືດຖືເປັນອາຊີບ ຫລັກ ກາຍເປັນຄອບຄົວຕົວແບບຂອງເມືອງ ເໝືອນດັ່ງຄອບຄົວ ທ່ານ ໄຊພອນ ແສງອໍາໄພ ອາຍຸ 33 ປີ ບ້ານດາກມັນ ເມືອງດາກຈຶງ ແຂວງເຊກອງ ທີ່ຢຶດ ຖືອາຊີບການປູກກາເຟເປັນສິນຄ້າ ເຮັດໃຫ້ຄອບຄົວຫລຸດ ພົ້ນອອກຈາກ ຄວາມທຸກຍາກ, ຊີວິດການເປັນຢູ່ດີຂຶ້ນ ແລະ ກາຍເປັນຄອບຄົວຕົວແບບ ການປູກກາເຟເປັນສິນຄ້າສົ່ງອອກແບບຍືນຍົງ ຂອງເມືອງດາກຈຶງ.

ທ່ານ ໄຊພອນ ແສງອໍາໄພ ໄດ້ກ່າວເຖິງຜົນສໍາເລັດການປູກກາເຟເປັນສິນຄ້າ ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ເມື່ອບໍ່ດົນມານີ້ວ່າ: ໃນຄອບຄົວມີ 7 ຄົນ, ຍິງ 3 ຄົນ ແຮງງານຕົ້ນຕໍ 3 ຄົນ, ຍິງ 1 ຄົນ. ກ່ອນໜ້ານີ້ ກໍຄື ປີ 2017 ຄອບຄົວຕົນເອງແມ່ນຄອບຄົວໜຶ່ງທີ່ທຸກຍາກ ມີອາຊີບຖາງປ່າເຮັດໄຮ່ປູກເຂົ້າ, ປູກກາເຟ ແລະ ລ້ຽງສັດ ແຕ່ເຮັດແບບປະຖົມປະຖານອາໄສທໍາມະຊາດ ເປັນສ່ວນໃຫຍ່, ຜົນຜະລິດບາງປີກໍ່ໄດ້ຫລາຍ ແລະ ບາງປີກໍ່ບໍ່ຫລາຍ, ເຂົ້າກິນບາງປີກໍ່ກຸ້ມກິນ ແລະ ບາງປີກໍ່ບໍ່ກຸ້ມກິນ, ຊີວິດການເປັນຢູ່ ຂອງຄອບຄົວໃນຕອນັ້ນພົບຄວາມຫຍຸ້ງຍາກຫລາຍດ້ານ. ເມື່ອເປັນຄືແນວນັ້ນ, ຕົນເອງຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຫາແນວທາງພັດທະນາຊີວິດການເປັນຢູ່ ຂອງຄອບຄົວໃຫ້ດີຂຶ້ນ ແລະ ຕັດສິນໃຈເລືອກເອົາການປູກກາເຟກາຕີມໍເປັນສິນຄ້າ ເຊິ່ງເປັນກາເຟທີ່ປູກງ່າຍ, ບົວລະບັດຮັກສາງ່າຍ, ທົນແດດ-ທົນຝົນ ແລະ ເໝາະແກ່ອາກາດໜາວ, ພ້ອມທັງຕົນເອງກໍມັກໃນດ້ານນີ້ ຈຶ່ງໄດ້ຊອກຮູ້ຮໍ່າຮຽນ ແລະ ຖອດຖອນບົດຮຽນ ກ່ຽວກັບວິທີການປູກ-ການບົວລະບັດຮັກສາ ນໍາວາລະສານ-ໜັງສືພິມ, ບັນດາໂຄງການ ແລະ ຂະແໜງການຕ່າງໆ ຂອງພາກລັດ. ມາຮອດປີ 2020 ໄດ້ ເລີ່ມລົງມືປູກໃນເນື້ອທີ່ 4,3 ເຮັກຕາ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການອີ່ພັດ ແລະ ໂຄງການແຄ. ໃນໄລຍະ 3 ປີທໍາອິດ ທີ່ກາເຟບໍ່ທັນໄດ້ຮັບຜົນຜະລິດ, ຕົນເອງ ແລະ ຄອບຄົວ ກໍໄດ້ບຸກເບີກເນື້ອທີ່ເຮັດນາປູກ ເຂົ້າ 0,4 ເຮັກຕາ ພ້ອມທັງລ້ຽງສັດປະເພດງົວ, ແບ້, ໝູ ແລະ ຮັບເຮັດວຽກກໍ່ສ້າງ (ເຮັດເຮືອນ) ໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເພື່ອຫາລ້ຽງຄອບຄົວ. ມາຮອດປີ 2023-2024 ກາເຟໃຫ້ໝາກ, ເກັບກູ້ ແລະ ຂາຍ ໝາກກາເຟ (ໝາກແດງ) ສະເລ່ຍ 10 ໂຕນ/ປີ, ສາມາດສ້າງລາຍຮັບ 100 ລ້ານກວ່າກີບ/ປີ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ນັບແຕ່ຄອບຄົວຕົນເອງໄດ້ຫັນມາສຸມໃສ່ການປູກກາເຟເປັນສິນຄ້າ ເຮັດໃຫ້ຊີວິດການ ເປັນຢູ່ຂອງ ຄອບຄົວນັບມື້ດີຂຶ້ນເປັນກ້າວໆມາ. ປັດຈຸບັນ ສາມາດສ້າງເຮືອນຢູ່ເຄິ່ງຖາ ວອນໄດ້ 1 ຫລັງ, ມີພາຫະນະຮັບໃຊ້, ມີດິນປຸກສ້າງ ແລະ ມີເງິນໃຊ້ຈ່າຍໝູນ ວຽນໃນຄອບຄົວ ຈໍານວນໜຶ່ງ.

ທ່ານ ໄຊພອນ ແສງອໍາໄພ ກ່າວຕື່ມວ່າ: ອາຊີບການປູກກາເຟ ກໍຄືການຜະລິດກະສິກໍາເປັນສິນຄ້າ ແມ່ນອາຊີບໜຶ່ງທີ່ພັກ-ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງເຊກອງ ເວົ້າລວມ, ເວົ້າສະເພາະເມືອງດາກຈຶງ ໃຫ້ການສະໜັບສະໜູນຊຸກຍູ້ສົ່ງເສີມ. ສະນັ້ນ, ເພື່ອສືບຕໍ່ ຜັນຂະຫຍາຍແນວທາງດັ່ງກ່າວໃນຕໍ່ໜ້າ, ຕົນເອງ ແລະ ຄອບຄົວ ຈະສືບຕໍ່ເພີ່ມທະວີໃນການສຶກສາ, ຄົ້ນຄວ້າຮໍ່າຮຽນ ແລະ ຖອດຖອນບົດຮຽນ ນໍາບັນດາຂະແໜງການເພື່ອໃຫ້ໄດ້ເຕັກນິກອັນໃໝ່ ກ່ຽວກັບການປູກ ແລະ ການບົວລະບັດຮັກສາກາເຟ ເພື່ອຍົກສູງສະມັດຕະພາບ ຜົນຜະລິດສູງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດໂດຍສອດຄ່ອງ ກັບມະຕິ 04 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ຢ່າງແຂງແຮງ.
ໂດຍ: ສ. ແກ້ວໄຊຍະວົງ