ແຂວງສະຫວັນນະເຂດ, ວັນທີ 14 ກຸມພາ 2025 – ຄະນະຜູ້ແທນຂັ້ນສູງຈາກ ກະຊວງສາທາລະນະສຸກ, ລັດຖະບານ ສປ ຈີນ ແລະ ອົງການຢູນິເຊັບ ໄດ້ເດີນທາງໄປຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມສັງເກດການ ການຮ່ວມມືຂອງພວກເຂົາໃນວຽກງານປັບປຸງສຸຂະພາບ ແລະ ໂພຊະນາການຂອງ ແມ່ ແລະ ເດັກ ໃນ ສປປ ລາວ. ການຮ່ວມມືດັ່ງກ່າວ ແມ່ນມີມູນຄ່າທັງໝົດ 1,48 ລ້ານ USD ເຊິ່ງລິເລີ່ມແຕ່ ເດືອນທັນວາ ປີ 2024 ເປັນຕົ້ນມາ ໂດຍມີຈຸດປະສົງໃນການແກ້ໄຂບັນຫາການຂາດສານອາຫານແບບຊ້ຳເຮື້ອ, ປັບປຸງສຸຂະພາບຂອງເດັກ ແລະ ເສີມສ້າງຄວາມເຂັ້ມແຂງຂອງການບໍລິການປົກປ້ອງເດັກໃນທົ່ວປະເທດ ເຊິ່ງຈະໃຫ້ການສະໜັບສະໜູນແກ່ເດັກຈຳນວນກວ່າ 22.000 ຄົນ.

ຄະນະຜູ້ແທນຂັ້ນສູງດັ່ງກ່າວ ແມ່ນນຳພາໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ບີລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ເຊິ່ງພວກເຂົາໄດ້ລົງຢ້ຽມຢາມໂຮງໝໍໍ ແລະ ສຸກສາລາ ຢູ່ທີ່ແຂວງສະຫວັນນະເຂດ, ລວມທັງ ສຸກສາລາ ດອນນາໄຊ ແລະ ໂຮງໝໍເມືອງ ອາດສະພັງທອງ.
ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ກ່າວວ່າ: “ພວກເຮົາຕີລາຄາສູງຕໍ່ການຮ່ວມມືຂອງ ລັດຖະບານ ສປ ຈີນ ແລະ ອົງການຢູນິເຊັບ ເຊິ່ງໄດ້ປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ ແລະ ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໃນທົ່ວປະເທດ.”
ໃນການຢ້ຽມຢາມ ຄະນະຜູ້ແທນຂັ້ນສູງໄດ້ລົງສັງເກດການບໍລິການດ້ານສຸຂະພາບ ແລະ ໂພຊະນາການແບບປະສົມປະສານ ໃຫ້ກັບ ແມ່ ແລະ ເດັກ, ຕັ້ງແຕ່ການຝາກທ້ອງ ແລະ ການສັກຢາກັນພະຍາດສຳລັບແມ່ຍິງຖືພາ ຈົນເຖິງການວັດແທກຮ່າງກາຍດ້ວຍ ແຖບ MUAC ເພື່ອປະເມີນສະຖານະພາບດ້ານໂພຊະນາການຂອງເດັກນ້ອຍ ເຊັ່ນດຽວກັນກັບການໃຫ້ ອາຫານເສີມທາງການແພດ (RUTF) ເພື່ອປິ່ນປົວການຂາດສານອາຫານຮ້າຍແຮງ.

ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ກ່າວວ່າ: “ການຢ້ຽມຢາມ ແຂວງສະຫວັນນະເຂດ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານສຸຂະພາບທີ່ຮີບດ່ວນທີ່ສຸດ ໃນ ສປປ ລາວ. ການຊ່ວຍເຫຼືອດ້ານສຸຂະພາບຈາກ ສປ ຈີນ ຍັງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພວກເຮົາ ໃນຖານະໜຶ່ງໃນປະເທດຜູ້ນຳໂລກ ແລະ ຕໍ່ການປັບປຸງຊີວິດຂອງແມ່ຍິງ ແລະ ເດັກນ້ອຍລາວ.”
ໃນໄລຍະການຢ້ຽມຢາມ, ຄະນະຜູ້ແທນດັ່ງກ່າວ ກໍ່ຍັງໄດ້ພົບປະກັບບັນດາ ອາສາສະໝັກສາທາລະນະສຸກບ້ານ ເຊິ່ງມີບົດບາດໜ້າທີ່ອັນສຳຄັນໃນການສະໜັບສະໜູນພະນັກງານສາທາລະນະສຸກທ້ອງຖິ່ນ ແລະ ລະດົມຊຸມຊົນ.

ທ່ານ ບີລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກໍ່ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືທີ່ເຂັ້ມແຂງ ໃນການປັບປຸງສຸຂະພາບຂອງຊຸມຊົນ: “ການຢ້ຽມຢາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງວິທີການຮ່ວມມື, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການເສີມສ້າງຄວາມເຂັ້ມແຂງໃນລະບົບສາທາລະນະສຸກທ້ອງຖິ່ນ ສາມາດຊ່ວຍສ້າງການປ່ຽນແປງໃນທາງບວກໄດ້. ອົງການຢູນິເຊັບ ປະຈໍາ ສປປ ລາວ ຍັງຄົງມຸ່ງໝັ້ນທີ່ຈະເຮັດວຽກກັບຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນວ່າເດັກນ້ອຍທຸກຄົນໃນ ສປປ ລາວ ສາມາດເລີ່ມຕົ້ນຊີວິດໄດ້ດີທີ່ສຸດ.”