Friday, February 21, 2025
Homeຂ່າວພາຍໃນວິກິດການຢູ່ທະເລແດງ ພວມເຮັດໃຫ້ເພີ່ມລາຍຈ່າຍການຂົນສົ່ງໃນທົ່ວໂລກເພີ່ມຂຶ້ນ

ວິກິດການຢູ່ທະເລແດງ ພວມເຮັດໃຫ້ເພີ່ມລາຍຈ່າຍການຂົນສົ່ງໃນທົ່ວໂລກເພີ່ມຂຶ້ນ

ວິທະຍຸ ກະຈາຍສຽງຫວຽດນາມ, ທະນາຄານໂລກ (WB) ຍົກອອກບົດລາຍງານຫວ່າງມໍ່ໆ ມານີ້ ມີຫົວຂໍ້ວ່າ “ວິກິດການຢູ່ເຂດທະເລແດງ ນັບມື້ນັບຮ້າຍແຮງ: ຜົນກະທົບ ແລະ ແງ່ຫວັງ” ໂດຍໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ແນໃສ່ກຳປັ່ນການຄ້າ ຢູ່ເຂດທະເລແດງ, ເຊິ່ງເປັນເສັ້ນທາງສຳຄັນ ສຳລັບເກືອບ 1/3 ຈຳນວນຕູ້ຄອນເທນເນີທົ່ວໂລກ, ໄດ້ກໍ່ຄວາມຂາດວັກຂາດຕອນຢ່າງຮ້າຍແຮງ ໃຫ້ແກ່ການເຄື່ອນໄຫວໃນການເດີນເຮືອຢູ່ທະເລໃນພາກພື້ນ ແລະ ທົ່ວໂລກ. ໄລ່ຮອດທ້າຍປີ 2024, ພາຍຫລັງປະມານ 1 ປີ ເມື່ອວິກິດການເກີດຂຶ້ນ, ຈຳນວນ ກຳປັ່ນເດີນຜ່ານຄອງ Suez ຂອງ ອີຢິບ ແລະ ຊ່ອງແຄບ Bab El-Mandeb, ຖືກຫລຸດລົງ ຢ່າງແຮງ ¾, ບັງຄັບໃຫ້ບັນດາກຳປັ່ນຕ້ອງເດີນອ້ອມເຂດ Cape of Good Hope ຂອງອາຟຣິກາ. ສິ່ງດັ່ງກ່າວເຮັດໃຫ້ລາຍຈ່າຍການຂົນສົ່ງທົ່ວໂລກເພີ່ມຂຶ້ນ 141% ເມື່ອທຽບໃສ່ໄລຍະກ່ອນເກີດວິກິດການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments