Friday, February 21, 2025
Homeຂ່າວພາຍໃນສປປ ລາວ ສະເໜີໃຫ້ສະຫະພາບເອີຣົບ ສືບຕໍ່ໃຫ້ສິດທິພິເສດທາງດ້ານການຄ້າ

ສປປ ລາວ ສະເໜີໃຫ້ສະຫະພາບເອີຣົບ ສືບຕໍ່ໃຫ້ສິດທິພິເສດທາງດ້ານການຄ້າ

ວັນທີ 17 ກຸມພາ 2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບຄົນໃໝ່ປະຈໍາລາວ.

ໂອກາດນີ້ ທ່ານລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານ Mark Gallagher ທີ່ໄດ້ເຂົ້າມາພົບປະ ແລະ ແນະນຳຕົວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມືໃນໄລຍະຜ່ານມາທີ່ສະຫະພາບເອີຣົບໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໄລຍະການເປັນປະທານອາຊຽນຂອງລາວປີ 2024 ລວມທັງບັນດາກິດຈະກຳຕ່າງໆພາຍໃນຂອບການຮ່ວມມືອາຊຽນ-ສະຫະພາບເອີຣົບ ແລະ ສະແດງຄວາມຂອບໃຈສະຫະພາບເອີ ຣົບທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນດ້ານຕ່າງໆ ເວົ້າລວມ ເວົ້າສະເພາະແມ່ນຂະແໜງອຸດສາຫະກຳ ແລະ ການຄ້າໃນຜ່ານມາ ເປັນຕົ້ນໂຄງການພັດທະນາການຄ້າ ໂຄງການສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນການຄ້າ ໂຄງການ ARISE Plus ແລະ ອື່ນໆຢ່າງຫຼວງຫຼາຍ ພິເສດສະຫະພາບເອີຣົບໄດ້ເຫັນດີອະນຸມັດສືບຕໍ່ໂຄງການສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສອຸດສາຫະກຳການທ່ອງທ່ຽວລາວແບບຍືນຍົງ ຫຼື SUSTOUR LAOS PROJECT ທີ່ໄດ້ມີພິທີປິດໂຄງການໃນວັນທີ 16 ກໍລະກົດ 2024.

ພ້ອມນີ້ທ່ານຍັງໄດ້ສະເໜີສະຫະພາບເອີຣົບ ສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາ ໂດຍສະເພາະການພິຈາລະນາສືບຕໍ່ໃຫ້ສິດທິພິເສດທາງດ້ານການຄ້າ (EBA) ໃຫ້ແກ່ລາວ ຂໍການສະໜັບສະໜູນໃນການເຈລະຈາ ແລະ ການປະເມີນລະບຽບການລາວຕໍ່ກັບເງື່ອນໄຂໃນການຂໍ GSP plus ຫຼັງປີ 2029 ສະເໜີສະຫະພາບເອີຣົບສືບຕໍ່ຊຸກຍູ້ ແລະ ສະໜັບສະໜູນໃນການຈັດຕັ້ງປະຕິບັດບັນດາແຜນງານ ພາຍໃຕ້ໂຄງການ SUSTOUR LAOS PROJECT ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.

ທີ່ມາ: ວຽງຈັນໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments