Friday, February 21, 2025
Homeຂ່າວພາຍໃນເປີດນໍາໃຊ້ຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄຳ

ເປີດນໍາໃຊ້ຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນ ທີ່ເຂດເສດຖະກິດພິເສດສາມຫລ່ຽມຄຳ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພິທີເປີດນໍາໃຊ້ຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນຄື: ຫ້ອງການກຳມະບານ, ແມ່ຍິງ ແລະ ຫ້ອງການຊາວໜຸ່ມ ຢູ່ທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໃນວັນທີ 17 ກຸມພາ 2025 ທີ່ຫ້ອງການອົງການຄຸ້ມຄອງ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ, ທ່ານ ເລັດ ໄຊຍະພອນ ປະທານ ສູນກາງສະຫະພັນກຳມະບານລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ຫວາງ ເຟີຍ ຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດດອກງິ້ວຄຳຈຳກັດ ພ້ອມດ້ວຍຄະນະກົມຈາກ 3 ອົງການຈັດຕັ້ງມະຫາຊົນຂອງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດວງຕາ ໄຊຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍ່ແກ້ວ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຜ່ານບົດລາຍງານ ການກະກຽມສ້າງຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນ ທີ່ມາປະຈຳຢຸ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ເຊິ່ງອົງການຈັດຕັ້ງມະຫາຊົນ ແມ່ນມີພາລະບົດບາດ ໃນການເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກ-ອົງການຕົນ, ມີໜ້າທີ່ໃນການສຶກສາອົບຮົມສະມາຊິກ ໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີສະຕິເຄົາລົບກົດໝາຍ ແລະ ສ້າງລາຍຮັບແກ່ຕົນເອງ ແລະ ຄອບຄົວຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບຽບການ. ຜ່ານມາຜູ້ພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງ ແລະ ຂະຫຍາຍທຸລະກິດຫລາຍດ້ານ, ອັນໄດ້ສ້າງໂອກາດໃຫ້ສະມາຊິກກຳມະບານ, ແມ່ຍິງ ແລະ ຊາວໝຸ່ມ ໄດ້ມີສ່ວນຮ່ວມໃນການສ້າງອາຊີບທີ່ດີ ແລະ ມີວຽກເຮັດງານທຳ ເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ດ້ານວຽກງານອື່ນໆ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ມີຄໍາເຫັນວ່າ: ເວລາໃດພັກ ແລະ ລັດຖະບານ ໄດ້ຖືສຳຄັນຕໍ່ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ ເປັນບໍ່ເກີດຂອງທຸກໄຊຊະນະ, ຂະບວນການມະຫາຊົນແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ເວົ້າສະເພາະ ແມ່ນຢູ່ແຂວງບໍ່ແກ້ວ ກໍຄືຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ແມ່ນໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງກວ້າງຂວາງ ແລະ ດ້ານອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments