ມູນນິທິ ພົມມະເທບ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ໄດ້ເກີດອຸບັດຕິເຫດລົດກະບະເສຍຫລັກຕຳກອງດິນບັອກຮ້ານຂາຍເຄື່ອງກໍ່ສ້າງບາດເຈັບຫນັກ 1 ຄົນເພດຊາຍ 1 ຄົນ ແລະ ເສຍຊີວິດ ຍິງ 1 ຄົນ.
ເຫດແມ່ນເກີດຂຶ້ນ ຕອນເຊົ້າວັນຈັນວັນທີ 17 ກຸມພາ 2025 ເວລາ 08:54 ໂມງ ໄດ້ຮັບແຈ້ງເຫດລົດກະບະເສຍຫລັກຕຳກອງດິນບັອກຫນ້າຮ້ານຂາຍເຄື່ອງກໍ່ສ້າງ ບ້ານ ໂພນຊາຍ, ນະຄອນ ໄກສອນພົມວິຫານ, ແຂວງສະຫວັນນະເຂດ. ຜູ້ເສຍຊີວິດເປັນລູກສາວຂອງເຈົ້າຂອງຮ້ານທີ່ກຳລັງຂາຍດິນບັອກໃຫ້ລູກຄ້າໃນເວລາເກີດເຫດ. ສ່ວນສາເຫດລະອຽດຂອງການເກີດອຸບັດຕິເຫດຍັງຢູ່ໃນຂັ້ນຕອນສອບສວນຂອງເຈົ້າໜ້າທີ່.
ສະແດງຄວາມເສຍໃຈກັບກັບຄອບຄົວຜູ້ເສຍຊີວິດ ແລະ ບາດເຈັບໃນຄັ້ງນີ້ດ້ວຍ.