ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາດຶງເຊືອກສາກົນ ເປີດກວ້າງ ລະດັບອາຊຽນ ປະຈໍາປີ 2025 ໂດຍຈະຈັດຂຶ້ນໃນວັນທີ 20-21 ກຸມພານີ້ ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ. ຈະມີນັກກິລາຈາກ ມາເລເຊຍ, ບຣູໄນ, ໄທ, ຫວຽດນາມ, ຟິລິບປິນ, ມຽນມາ, ຍີ່ປຸ່ນ ແລະ ລາວ ເຈົ້າພາບເຂົ້າຮ່ວມແຂ່ງຂັນ.
ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານສະຫະພັນກີລາດຶງເຊືອກແຫ່ງຊາດລາວ ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ເປັນການເປີດໂອກາດໃຫ້ແຕ່ລະທີມທີ່ເຂົ້າຮ່ວມ ໄດ້ພັດທະ ນາຍົກລະດັບຄວາມສາມາດຂອງຕົນເອງ ໂດຍການແຂ່ງຂັນມີທັງໝົດ 3 ຮຸ່ນຄື: ທີມຍິງ ທີມຊາຍ ແລະ ທີມປະສົມຍິງ-ຊາຍ.

ສໍາລັບ ນັກກິລາທີມຊາດລາວ ທັງ 3 ຮຸ່ນ ກໍາລັງຂຸ້ນຂ້ຽວເກັບໂຕເຝິກຊ້ອມຢູ່ ມສ ວຽງຈັນ ແລະ ສູນເຝິກກີລາແຫ່ງຊາດ (ສີເກີດ) ມາໄດ້ 3 ອາທິດ ແມ່ນມີຄວາມພ້ອມເກືອບ 100%.
ສ່ວນການກະກຽມຄວາມພ້ອມດ້ານຕ່າງໆ ແມ່ນສໍາເລັດແລ້ວ ໂດຍສະເພາະດ້ານບຸກຄະລາກອນ ກໍາມະການເຕັກນິກຈັດການແຂ່ງຂັນ, ສະຖານທີ່ຈັດການແຂ່ງ ຂັນ, ທີ່ພັກນັກກີລາ (ພັກຢູ່ໂຮງແຮມດອນຈັນພາເລດ) ແລະ ອື່ນໆ.
ວສລ