Friday, February 21, 2025
Homeຂ່າວຕ່າງປະເທດທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 38

ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 38

ວິທະຍຸສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ຄວາມໝັ້ນຄົງມູນິກ ຄັ້ງທີ 61 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ນະຄອນມູນິກ ຂອງເຢຍລະມັນ ເພື່ອປຶກສາຫາລື ການຮັບມື ກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທົ່ວໂລກ ເປັນຈຸດໜັກ ແລະ ປຶກສາຫາລື ກ່ຽວກັບ ຫົວຂໍ້ຕ່າງໆເຊັ່ນ: ການບໍລິຫານທົ່ວໂລກ, ຄວາມປອດໄພດ້ານດິນຟ້າອາກາດ, ສະພາບການປັດຈຸບັນ ຂອງລະບຽບການສາກົນ, ການປະທະກັນ ກັບວິກິດການໃນພາກພື້ນ ແລະ ອື່ນໆ. ທ່ານ ຄຣິສໂຕຟ ຮິວສເກນ, ປະທານກອງປະຊຸມ ຄວາມໝັ້ນຄົງມູນິກ ກ່າວຄຳປາໄສວ່າ: ປັດຈຸບັນ ທົ່ວໂລກ ມີການປະທະກັນເກີດຂຶ້ນເລື້ອຍໆ, ມີບັນຫາຫລາຍຢ່າງ ຕ້ອງການໃຫ້ທົ່ວໂລກຮັບມື ແລະ ແກ້ໄຂຮ່ວມກັນ. ຫົວຂໍ້ຫລັກຂອງກອງປະຊຸມຄວາມໝັ້ນຄົງມູນິກຄັ້ງນີ້ແມ່ນ “ບັນລຸສັນຕິພາບ ດ້ວຍການສົນທະນາ” ຫວັງວ່າກອງປະຊຸມຄັ້ງນີ້ຈະສາມາດບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນດັ່ງກ່າວໄດ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments