ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມທາບທາມຄວາມເຫັນເຈົ້າໜ້າທີ່ຂັ້ນສູງອາຊຽນ – ສປ ຈີນ ຄັ້ງທີ 31 ໄດ້ຈັດຂຶ້ນ ຢູ່ນະຄອນທ່າກຳປັ່ນໜິງປົວ, ແຂວງຈຽນແຈ໋ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້. ຈາກນັ້ນ ທ່ານ ໂດ້ຮຸ່ງຫວຽດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ສະເໜີ 3 ຂໍ້ກຳນົດທິດຮ່ວມມື ລວມມີ: ການຜັນຂະຫຍາຍການຕັດສິນ ແລະ ຂໍ້ຕົກລົງຂອງການນຳ 2 ຝ່າຍ ທັງໝົດ, ເພີ່ມທະວີບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນຄື: ອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກຳຂ້າມຊາດ, ຫລອກລວງທາງອິນເຕີເນັດ ແລະ ເປີດກວ້າງການຮ່ວມມືຢູ່ເຂດອະນຸພາກພື້ນ, ໃນນັ້ນມີເຂດອະນຸພາກພື້ນແມ່ນ້ຳຂອງໃນການແກ້ໄຂ ບັນດາບັນຫາຄື: ຄ້ຳປະກັນຄວາມປອດໄພແຫລ່ງນ້ຳ, ຄຸ້ມຄອງແຫລ່ງນ້ຳແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ. ເນື່ອງໃນໂອກາດນີ້, ທ່ານ ໂດ້ຮຸ່ງຫວຽດ ໄດ້ເຮັດວຽກກັບ ທ່ານ ຊວັນໄອຕຸງ, ຮອງລັດຖະມົນຕີການຕ່າງປະເທດຈີນ, ເພື່ອແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນການພົວພັນ 2 ຝ່າຍ, ກໍຄືການຮ່ວມມືຂອງ 2 ປະເທດ ຢູ່ບັນດາກົນໄກ, ເວທີປາໄສຫລາຍຝ່າຍ ຄື: ອາຊຽນ, ສະຫະປະຊາຊາດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ