Sunday, February 23, 2025
Homeຂ່າວຕ່າງປະເທດທ່ານ ໂດນັລ ທຣຳ ປະກາດເກັບພາສີເທົ່າກັນຕໍ່ຄູ່ການຄ້າຂອງອາເມຣິກາ

ທ່ານ ໂດນັລ ທຣຳ ປະກາດເກັບພາສີເທົ່າກັນຕໍ່ຄູ່ການຄ້າຂອງອາເມຣິກາ

ຂ່າວສານຊີອາໄອລາຍງານໃນວັນທີ 13 ກຸມພາ ຜ່ານມາ; ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ອາເມຣິກາ ປະກາດວ່າ: ທ່ານໄດ້ຕົກລົງເກັບ “ພາສີເທົ່າກັນ” ກໍຄື: ໃຫ້ອັດຕາພາສີີລະຫວ່າງ ສະຫະລັດ ອາເມຣິກາ ແລະ ຄູ່ການຄ້າເທົ່າກັນ ແລະ ກ່າວວ່າຈະພິຈາລະນາເພີ່ມເກັບພາສີຕໍ່ປະເທດທີ່ປະຕິບັດລະບຽບການອາກອນມູນຄ່າເພີ່ມ.

ໃນວັນດຽວກັນ, ທຳນຽບຂາວ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການກ່ຽວກັບເລື່ອງນີ້ວ່າ:ນະໂຍບາຍດັ່ງກ່າວແມ່ນເພື່ອຫຼຸດການຂາດດຸນອັນໃຫຍ່ຫຼວງໃນການຄ້າສິນຄ້າທີ່ຈັບຕ້ອງໄດ້ຢ່າງຕໍ່ເນື່ອງໃນແຕ່ລະປີຂອງ ສະຫະລັດ ອາເມຣິກາ ແລະ ແກ້ໄຂ “ບັນຫາການຄ້າທີ່ບໍ່ທ່ຽງທຳ ແລະ ບໍ່ດຸ່ນດ່ຽງ” ກັບຄູ່ການຄ້າຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments