Saturday, February 22, 2025
Homeຂ່າວໜ້າໜຶ່ງຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ຄັ້ງທີ II ປີ 2024

ຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ຄັ້ງທີ II ປີ 2024

ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມ ກໍ່ຄື ກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ, ໃນວັນທີ 14 ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ຄັ້ງ ທີ II ປະຈໍາປີ 2024 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະປະຈຳສະພາແຫ່ງຊາດ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາ ແຫ່ງຊາດ, ສະມາຊິກລັດຖະບານ, ກໍາມະການຄະນະປະຈຳສະພາ ແຫ່ງຊາດ, ປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ, ຜູ້ຕາງໜ້າບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອພ້ອມກັນທົບທວນຄືນ ການປະຕິບັດຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປີ 2024 ທີ່ຜ່ານມາ, ທັງປຶກສາ ແລະ ແລກປ່ຽນຄຳເຫັນ ເພື່ອສ້າງຄວາມເປັນເອກະພາບ ຕໍ່ບັນດານະໂຍບາຍຈໍານວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາວຽກງານຈຸດ ສຸມ, ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ກໍ່ຄືຮັບປະກັນປະສິດທິພາບ ແລະ ປະສິດທິຜົນ, ພ້ອມກັນນັ້ນ ເພື່ອກວດກາຊຸກຍູ້ການກະ ກຽມຄວາມພ້ອມບັນດາຮ່າງກົດໝາຍ ກ່ອນທີ່ຈະນໍາເຂົ້າພິຈາລະ ນາໃນກອງປະຊຸມສະພາແຫ່ງຊາດ ໃນປີ 2025.

ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນ ດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:

– ຕີ​ລາຄາ​ການ​ປະຕິບັດ ຜົນ​ຂອງ​ກອງ​ປະຊຸມ​ຮ່ວມ ລະຫວ່າງ ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ກັບ ຄະນະ​ລັດຖະບານຄັ້ງຜ່ານ​ມາ, ລວມ​ທັງ ​ກົນ​ໄກ​ປະສານ​ງານ​ໃນ​ໄລຍະ​ຜ່ານ​ມາ.

– ບັນດາ​ຫົວ​ຂໍໍ້​ກົດໝາຍ ທີ່ຈະ​ນໍາ​ເຂົ້າ​ພິຈາລະນາ ໃນ​ກອງປະ ຊຸມສະໄໝວິສາມັນ ແລະ ​ສະໄໝ​ສາມັນ ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX; ການ​ສ້າງ, ປັບປຸງ ແລະ ການ​ໂຄສະນາ​ເຜີຍ ແຜ່​ກົດໝາຍ ແຕ່​ປີ 2021-2024 ແລະ ທິດ​ທາງ​ໃນຕໍໍ່​ໜ້າ.

– ການປຶກສາຫາລືດ້ານຫຼັກການກ່ຽວກັບພາລະ​ບົດບາດຂອງ​ສະພາ​ແຫ່ງ​ຊາດ ແລະ ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດໃນ​ການ​ພິຈາ ລະນາ​ການ​ຍົກ​ເວັ້ນ ການ​ປະຕິບັດ​ບາງ​ມາດຕາ​ຂອງ​ກົດໝາຍ, ການ​ປ່ຽນແປງ​ບາງ​ມາດຕາ​ຂອງ​ກົດໝາຍ.

​ການປຶກສາ​ຫາ​ລື​ດ້ານ​ຫຼັກການກ່ຽວ​ກັບ​ນະໂຍບາຍ ແລະ ເງື່ອນໄຂ​ສໍາ​ລັບ​ການ​ກໍໍ່ສ້າງເສັ້ນ​ທາງ, ນິຄົມ​ອຸດ​ສາ​ຫະ​ກໍາ, ການ​ພັດທະນາ​ແຮ່​ທາດ ແລະ ການພັດທະນາ​ໂຄງການ​ພະລັງງານ​ໄຟຟ້າ.

ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ, ກອງປະຊຸມ ເຫັນດີດ້ານຫຼັກການ ຕໍ່ການຕີລາຄາບັນດາວຽກງານ ເປັນຕົ້ນ ການພັດທະນາ ແລະ ຄຸ້ມຄອງແຮ່ທາດ ແລະ ໂຄງການແຮ່ຫາຍາກ; ແຜນການລົງທຶນຂອງລັດ ໃນປີ 2025; ການແກ້ໄຂຜົນການກວດສອບຜ່ານມາ, ທິດທາງ ແລະ ມາດຕະການແກ້ໄຂຜົນຂອງການກວດສອບໃນຕໍໍ່ໜ້າ; ການກະກຽມຮ່າງແຜນງົບ ປະມານ ປີ 2025; ກ່ຽວກັບມາດຕະການໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ການສົ່ງເສີມການຜະລິດ-ປຸງແຕ່ງພາຍໃນ ແລະ ດັດສົມລາຄານໍ້າມັນເຊື້ອໄຟ ຕາມມະຕິ ເລກທີ 103/ຄປຈ, ລົງວັນທີ 9 ພຶດສະພາ 2022 ແລະ ມະຕິ 168/ຄປຈ, ລົງວັນທີ 6 ມິຖຸນາ 2022; ກ່ຽວກັບມາດຕະການໃນການສົ່ງເສີມການຜະ ລິດພາຍໃນ, ການຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ, ການຈໍາກັດສິນຄ້າຟູມເຟືອຍ, ສິນຄ້າທີ່ພາຍໃນຜະລິດໄດ້ ແລະ ຄຸຸ້ມຄອງການສົ່ງອອກສິນຄ້າ; ການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ; ຕີລາຄາກົນ ໄກປະສານງານ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ.

ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງຍຸຕິທຳ ເປັນໃຈກາງສົມທົບກັບບັນດາກະຊວງ ແລະ ກຳມາທິການກ່ຽວຂ້ອງ ສືບ ຕໍ່ກະກຽມຄວາມພ້ອມບັນດາຮ່າງກົດໝາຍສ້າງໃໝ່ ແລະ ປັບປຸງ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ແລະ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ດີ, ຮັບປະກັນທາງດ້ານເນື້ອໃນ ແລະ ໃຫ້ທັນຕາມກໍານົດເວລາ; ໃຫ້ບັນດາກະຊວງ ສືບຕໍ່ສົມທົບກັບກະຊວງຍຸຕິທຳ ແລະ ກຳມາ ທິການກ່ຽວຂ້ອງຂອງສະພາແຫ່ງຊາດ ຄົ້ນຄວ້າ, ທົບທວນຄືນກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສະເໜີປັບປຸງມາດຕາທີ່ບໍ່ສອດຄ່ອງກັບສະພາບຕົວຈິງ; ພ້ອມນີ້, ໃຫ້ກະຊວງຍຸຕິທຳ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ໃຫ້ແຂງແຮງ ກວ່າເກົ່າ ໂດຍນຳໃຊ້ຫຼາຍຮູບແບບ,​ ຫຼາຍຊ່ອງທາງ ແລະ ຕໍ່ເນື່ອງ, ດ້ານເນື້ອໃນການໂຄສະນາ ກໍໃຫ້ປັບປຸງໃຫ້ກະທັດຮັດ, ຈະແຈ້ງ ແລະ ເຂົ້າໃຈງ່າຍ; ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າກຳນົດ, ປັບປຸງນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ແທດຕົວຈິງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ສ້າງ ແລະ ປັບປຸງກົນໄກການຕິດຕາມຊຸກຍູ້, ການ ຄຸ້ມຄອງ, ການເກັບລາຍຮັບ, ການອຳນວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ການພັດທະນາດ້ານຄົມມະນາຄົມຂົນສົ່ງ, ນິຄົມອຸດສາຫະກຳ, ການພັດທະນາແຮ່ທາດ ແລະ ໂຄງການພະລັງງານໄຟຟ້າ ສອດຄ່ອງກັບນະໂຍບາຍການພັດທະນາສີຂຽວ, ຍືນຍົງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາ ຊົນ. ພ້ອມກັນນີ້, ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ຄະນະເລຂາທິການສະພາແຫ່ງຊາດ ສັງລວມເອົາຄຳຄິດຄຳເຫັນ ແລະ ຜົນກອງປະຊຸມໃນຄັ້ງນີ້ ເຂົ້າໃນບົດບັນທຶກກອງປະຊຸມ ເພື່ອເປັນບ່ອນອີງໃຫ້ພາກສ່ວນກ່ຽວ ຂ້ອງຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານຜົນການແກ້ໄຂຕໍ່ກອງປະຊຸມຮ່ວມລະຫວ່າງລັດຖະບານ ແລະ ຄະນະປະຈຳສະພາແຫ່ງ ຊາດ ຄັ້ງຕໍ່ໄປ ເຊິ່ງຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນບ່ອນອີງທີ່ສໍາຄັນໃຫ້ລັດຖະບານ ນໍາໄປຈັດຕັ້ງຜັນຂະຫຍາຍຕົວຈິງ ເປັນອັນລະອຽດ ເພື່ອຈັດຕັ້ງປະຕິບັດແຜນວຽກຈຸດສຸມ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2025 ໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນ ເປັນຢ່າງດີ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນດ້ວຍບັນຍາກາດເອົາການເອົາ ງານ ແລະ ຮັບຜິດຊອບສູງ, ເຊິ່ງບັນດາທ່ານສະມາຊິກລັດຖະ ບານ, ຄະນະປະຈຳສະພາແຫ່ງຊາດ ແລະ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນ ດ້ວຍຄວາມຈິງໃຈ, ກົງໄປກົງມາ ແລະ ໄດ້ສ້າງຄວາມເປັນເອກະພາບສູງ ຕໍ່ບັນດາເນື້ອໃນ ທີ່ໄດ້ນຳເຂົ້າມາພິຈາລະນາໃນກອງປະຊຸມຄັ້ງນີ້ ໂດຍສະເພາະ ການປຶກສາ ຫາລື ແລະ ເປັນເອກະພາບວິທີການແກ້ໄຂບັນຫາຫຍຸ້ງຍາກຕ່າງໆ, ເຊິ່ງສ່ອງແສງເຖິງຄວາມຮັບຜິດຊອບສູງຂອງ ລັດຖະບານ ແລະ ສະພາແຫ່ງຊາດ ກໍ່ຄືຄວາມເປັນຫ່ວງເປັນໄຍຕໍ່ປະເທດຊາດ ແລະ ປະຊາຊົນ, ແນໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ ມີປະສິດທິຜົນ, ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ໃຫ້ນັບມື້ດີຂຶ້ນ.

ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments