ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2025 ໂດຍມີ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຖວທ, ມີບັນດາເລຂາໜ່ວຍຊາວໜຸ່ມຮາກຖານ, ເລຂາຊາວໜຸ່ມຮາກຖານ ແລະ ຜູ້ແທນຊາວໜຸ່ມ ທົ່ວກະຊວງ ຖວທ ພ້ອມດ້ວຍ ຜູ້ຕາງໜ້າອົງການຈັດຕັ້ງແມ່ຍິງ, ກຳມະບານ ກະຊວງ ຖວທ ເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ກະຊວງ ຖວທ ທີ່ໄດ້ມີການຕີລາຄາການຈັດຕັ້ງປະຕິບັດວຽກງານ ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານໃນໄລຍະຜ່ານມາ ເຊິ່ງຍາມໃດກໍຖືເອົາວຽກງານພັດທະນາຊາວໜຸ່ມ ຕາມຂໍ້ແຂ່ງຂັນ 4 ບຸກຂອງຄະນະ ຊປປລ ແລະ ຕິດພັນກັບການພັດທະນາວຽກງານ ຖວທ ໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ຂອງການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາ, ສາເຫດຂອງຈຸດດີ ແລະ ຈຸດອ່ອນ ພ້ອມທັງໄດ້ມີການຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງກົງໄປກົງມາ. ພ້ອມນີ້, ຍັງໄດ້ ຮັບຮອງເອົາທິດທາງແຜນການ, ວິທີ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ປັບປຸງວຽກງານການເຄື່ອນໄຫວຊາວໜຸ່ມກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃນການຄົ້ນຄວ້ານະໂຍບາຍ, ວາງແຜນ, ອະນຸລັກ, ປົກປັກຮັກສາ, ເສີມຂະຫຍາຍ ໃຫ້ມີຄວາມໜັ້ນຄົງ ແລະ ພັດທະນາໃຫ້ມີຄວາມຫລາກຫລາຍ, ມີຄວາມຖືກຕ້ອງ ແລະ ທັນເວລາ ແນໃສ່ປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນີ້, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງ ຄະນະບໍລິຫານງານຊາວໜຸ່ມ ຊຸດໃໝ່.

ໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນພົ້ນເດັ່ນຂອງຄະນະ ບໍລິຫານງານຊາວໜຸ່ມ ກະຊວງ ຖວທ ຊຸດປັດຈຸບັນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາ ວຽກງານຊາວໜຸ່ມ ຕະຫລອດໄລຍະທີ່ຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ຂອງຂະແໜງການ ຖວທ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຄະນະຊາວໜຸ່ມກະຊວງ, ອົງການຕ່າງໆ ແລະ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ໃຫ້ການຮ່ວມມື, ນໍາພາ-ຊີ້ນໍາ ຕໍ່ຜົນງານ ແລະ ຜົນສຳເລັດການເຄື່ອນ ໄຫວວຽກງານຂອງຊາວໜຸ່ມກະຊວງ ຖວທ. ພ້ອມນີ້, ສະຫາຍ ຍັງໄດ້ ເນັ້ນໜັກບາງບັນຫາສໍາຄັນ ເປັນຕົ້ນ ການຄັດເລືອກຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຕ້ອງເອົາໃຈໃສ່ເລືອກເຟັ້ນເອົາຜູ້ ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ແນວທາງ, ມີວິໄສທັດກວ້າງໄກ ແລະ ມີຄວາມກ້າຫານ ໃນການຕັດສິນໃຈທີ່ຖືກຕ້ອງ ຕາມແນວທາງຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆຂອງຊາວໜຸ່ມ ລວມທັງການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະຊາວໜຸ່ມຂັ້ນເທິງ ແລະ ມະຕິຂອງຄະນະຊາວໜຸ່ມ ເວົ້າລວມຕ້ອງເປັນຜູ້ທີ່ມີວຸດທິພາວະການເປັນຜູ້ນຳທີ່ສູງ, ມີແບບແຜນນຳພາ, ແບບແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫລັກການ. ພ້ອມນີ້, ຊາວໜຸ່ມຕ້ອງເປັນຜູ້ນໍາໜ້າໃນການນໍາໃຊ້ເຕັກໂນໂລຊີດີຈິຕອນ, ສ້າງສັນນະວັດຕະກຳໃໝ່ໆ ເພື່ອພັດທະນາຂະແໜງການ ຖວທ ໃຫ້ທັນກັບການປ່ຽນແປງຂອງໂລກ, ພັດທະນາເນື້ອໃນສື່ທີ່ສ້າງສັນ ແລະ ມີຄຸນນະພາບ. ອັນສໍາຄັນ ແມ່ນການນໍາໃຊ້ເຕັກໂນໂລຊີເຂົ້າໃນການເຜີຍແຜ່ ແລະ ສົ່ງເສີມວັດທະນະທໍາລາວ ໃຫ້ເປັນທີ່ຮູ້ຈັກໃນເວທີສາກົນ ໂດຍຮັກສາເອກະລັກ ແລະ ຄວາມດັ່ງເດີມຂອງວັດທະນະທໍາລາວໄວ້ ພ້ອມທັງໃຫ້ເອົາໃຈໃສ່ພັດທະນາຕົນເອງ, ກໍ່ສ້າງຍົກລະດັບຄວາມຮູ້-ຄວາມສາ ມາດ, ຮຽນຮູ້ປະສົບການຈາກພາຍໃນ-ສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂະແໜງການ ຖວທ ໃຫ້ທັນສະໄໝ, ສີວິໄລ ແລະ ຍືນຍົງ; ສືບຕໍ່ເປັນແຂນຂວາອັນແຂງແກ່ນຂອງພັກ, ເປັນກໍາລັງແຮງພື້ນຖານ ໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ປະສົບຜົນສໍາເລັດ, ເພີ່ມທະວີການເຊື່ອມຊຶມແນວທາງນະໂຍບາຍຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ໃຫ້ເອົາໃຈໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນອົງການຈັດຕັ້ງຊາວໜຸ່ມ, ຊຸກຍູ້-ສົ່ງເສີມ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ, ສ້າງບັນຍາກາດ ການເຮັດວຽກທີ່ດີ ແລະ ມີປະສິດທິພາບ. ພ້ອມດຽວກັນນີ້, ສະຫາຍ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະບໍລິຫານງານຊຸດໃໝ່ ຈະສາມາດສືບຕໍ່ພາລະກິດອັນສໍາຄັນ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມມຸ່ງໝັ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂະແໜງການ ຖວທ ໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ.

ໂອກາດດຽວກັນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຖວທ ຊຸດເກົ່າ ກໍຄື ສະມາຊິກຊາວໜຸ່ມ ທົ່ວຂົງເຂດ ຖວທ ເຊິ່ງມີຫລາຍໜ້າວຽກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ປະສົບຜົນສຳເລັດເປັນກ້າວໆມາ ໂດຍສະເພາະໄດ້ເອົານິຕິກຳ, ລະບຽບ, ກົດໝາຍຕ່າງໆ ຂອງພັກ, ລັດ ກໍຄື ຄະນະບໍລິຫານງານຊາວໜຸ່ມ ວາງອອກ ໄປເຜີຍແຜ່ ໃຫ້ບັນດາຊາວໜຸ່ມ ໄດ້ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ ເຮັດໃຫ້ຖັນແຖວຊາວໜຸ່ມ ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ. ພ້ອມນີ້, ວຽກງານກົງຈັກການຈັດຕັ້ງ ກໍໄດ້ຮັບການປັບປຸງ ມີຜົນສຳເລັດ ໃນຫລາຍດ້ານ, ວຽກງານຂະບວນການ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ໂດຍສະເພາະວຽກງານຂະບວນການ 4 ບຸກ ເຊິ່ງໄດ້ຮັບທຸງໄຊນໍາໜ້າ ແລະ ໄດ້ຮັບນາມມະຍົດບັນລຸຂະບວນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນເວລາ 3 ປີຊ້ອນຕິດຕໍ່ກັນ ແລະ ດ້ານວຽກງານວິຊາສະເພາະ ກໍໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ສະຫາຍ ມອນໄຊ ລາວມົວຊົ່ງ ຍັງໄດ້ເນັ້ນ ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ຊຸດໃໝ່ ສືບຕໍ່ຖືສໍາຄັນ ວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ຊາວໜຸ່ມເປັນກົກ ໃນຖັນແຖວຊາວໜຸ່ມລັດຖະກອນ ທີ່ສັງກັດຢູ່ກະຊວງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພ້ອມທັງເນັ້ນໃຫ້ຊາວໜຸ່ມທົ່ວກະຊວງ ຖວທ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ລັດ ກໍຄື ການນຳພາຂອງຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ແນໃສ່ເຮັດໃຫ້ວຽກງານຊາວໜຸ່ມ ມີຜົນສຳເລັດເປັນກ້າວໆ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ລັດ ວາງອອກ, ກຳແໜ້ນວຽກງານວິຊາສະເພາະ ຫັນເປັນມືອາຊີບ; ຕ້ອງມີນຳໃຈເສຍສະຫລະ ເພື່ອໝູ່, ເພື່ອສ່ວນລວມ, ເພື່ອອົງການຈັດຕັ້ງ, ອັນສຳຄັນ ຕ້ອງມີຄວາມສາມັກຄີ, ປອງດອງ, ເອື້ອເຟື້ອເຜື່ອແຜ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມບໍລິສຸດໃຈ, ສຸມທຸກສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ; ພະຍາຍາມຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມເຂັ້ມງວດຕໍ່ລະບຽບກົດໝາຍ, ມີແບບແຜນວິທີນຳພາ-ຊີ້ນຳ ທີ່ໜັກແໜ້ນ, ຖືກຕ້ອງ, ຊັດເຈນ, ນຳພາແບບເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ເໝາະສົມ-ຖືກຕາມຄວາມສາມາດຂອງແຕ່ລະບຸກຄົນ; ເຂັ້ມງວດຕິດຕາມກວດກາ ເພື່ອຊອກໃຫ້ໄດ້ຜູ້ທີ່ມີຜົນງານດີເດັ່ນແທ້ໆ ໃຫ້ໄດ້ຮັບການຍ້ອງຍໍ ພ້ອມທັງສະເໜີ ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ຊຸດໃໝ່ ຮີບຮ້ອນກະກຽມເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ເພື່ອແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍຄະນະປະຈຳ ແລະ ຄະນະບໍລິຫານງານຊາວໜຸ່ມ ໃຫ້ເປັນອັນລະອຽດ ແນໃສ່ເຮັດໃຫ້ວຽກງານຊາວໜຸ່ມ ໃນແຕ່ລະຂົງເຂດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ກອງປະຊຸມ ໃນຄັ້ງນີ້, ໄດ້ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານຊາວໜຸມກະຊວງ ຖວທ ຊຸດໃໝ່ ໂດຍມີຜູ້ລົງສະໝັກເລືອກຕັ້ງທັງໝົດ 21 ສະຫາຍ, ເລືອກເອົາ 17 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກເອົາຄະນະປະຈຳ- ຄະນະບໍລິຫານງານຊາວໜຸ່ມກະຊວງ 7 ສະຫາຍ, ຄະນະເລຂາ 4 ສະຫາຍ, ຄະນະກວດກາ 3 ສະຫາຍ, ຜູ້ແທນສົມບູນໄປຮ່ວມກອງປະຊຸມ 4 ສະຫາຍ, ສຳຮອງ 2 ສະຫາຍ ໃນນັ້ນ, ໄດ້ເຫັນດີ ເປັນເອກະພາບ ເລືອກເອົາສະຫາຍ ລິດທິສັກ ວໍລະລາດ ເປັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ເປັນຮອງເລຂາ, ທັງເປັນປະທານກວດກາ, ເລືອກເອົາ ສະຫາຍ ນາງ ອາລຸນນີ ປັນຍາສິດ ແລະ ສະຫາຍ ເດດນະຄອນ ຫລວງໂມວິຫານ ເປັນຮອງເລຂາ.