ໃນວັນທີ 13 ກຸມພາ 2025, ກອງໂຄສະນາກົດລະບຽບຈະລາຈອນ ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງວຽງຄໍາ ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນທາງຫຼວງ ວົງວຽນ ບ້ານ ເມືອງເກົ່າ ເມືອງວຽງຄໍາ ແຂວງວຽງຈັນ, ນຳທີມງານລົງໂຄສະນາໂດຍ ພັຕ ທອງວັນ ປັນຍາດີ ຫົວໜ້າກອງໂຄສະນາກົດລະບຽບຈະລະຈອນ ປກສ ແຂວງ ພ້ອມຄະນະ ແລະ ຕໍາຫຼວດຈະລາຈອນ ປກສ ເມືອງວຽງຄໍາ ເຂົ້າຮ່ວມ.
![](https://medialaos.net/wp-content/uploads/2025/02/476797614_1178997600896163_1056118298656728070_n.jpg)
ການລົງໂຄສະນາຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນທາງຫຼວງ ຄັ້ງນີ້ ກໍ່ເພື່ອຫຼຸດຜ່ອນອຸປະຕິເຫດຕາມທ້ອງທະໜົນຫຼວງ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ເພື່ອເປັນການຄຸ້ມຄອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການສັນຈອນຕາມເສັ້ນທາງຫຼວງ, ທັງເປັນການໂຄສະນາໃຫ້ຜູ້ຂັບຂີ່ຍານພາຫະນະເດີນທາງປະຕິບັດຖືກຕ້ອງຕາມລະບຽບຈະລາຈອນ ເປັນການປູກຈິດສຳນຶກໃຫ້ຜູ້ຂັບຂີ່ໄດ້ຮູ້ຈັກພື້ນຖານກົດລະບຽບຈະລາຈອນ, ຮູ້ໄດ້ທິດທາງ, ເຕັກນິກ, ວິທີການຂັບຂີ່ທີ່ຖືກຕ້ອງ.
ຂ່າວ: ປກສ ແຂວງວຽງຈັນ