Thursday, February 20, 2025
Homeຂ່າວໜ້າໜຶ່ງລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

ລັດຖະມົນຕີ ຖວທ ພົບປະຢ້ຽມຢາມການນໍາແຂວງຈຳປາສັກ

ໃນໂອກາດເຂົ້າຮ່ວມ ບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ຕິດພັນກັບການຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ຢູ່ແຂວງຈຳປາສັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະ ໄດ້ພົບປະຢ້ຽມຢາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃນວັນທີ 11 ກຸມພາ 2025 ຜ່ານມາ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ທີ່ມາຢ້ຽມຢາມແຂວງຈຳປາສັກ ໃນຄັ້ງນີ້ ເຊິ່ງບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025 ນີ້ມີຫລາຍກິດຈະກຳປິ່ນອ້ອມ ທີ່ຕິດພັນກັບວັນສຳຄັນຕ່າງໆຂອງພັກ ຂອງຊາດ, ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ກະສິກຳ ໂດຍປະຊາຊົນມີສ່ວນຮ່ວມ, ການສົ່ງເສີມການຕະຫລາດແລກປ່ຽນການຊື້-ຂາຍ, ຈັບ ຄູ່ທຸລະກິດ ແລະ ການສົ່ງອອກ, ເປັນເຈົ້າການອະນຸລັກ-ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ອົງການປົກຄອງແຂວງ ໃນການນຳພາ-ຊີ້ນຳການເຄື່ອຍໄຫວວຽກງານຢ່າງທີຜົນສໍາເລັດ ໂດຍສະເພາະ ແມ່ນຜົນງານດ້ານການທ່ອງທ່ຽວແຂວງຈຳປາສັກ, ການເປີດບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປີນີ້ ເຫັນວ່າມີບັນຍາກາດຄຶກຄື້ນ, ມີໃບໜ້າອັນໃໝ່, ປະຊາຊົນໄດ້ມີສ່ວນຮ່ວມ ເປັນເຈົ້າການອະນຸລັກ-ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ, ສືບທອດໄປສູ່ຄົນຮຸ່ນຫລັງ ດ້ວຍຜົນສຳເລັດຢ່າງຈົບງານ ແລະ ຂໍໃຫ້ສືບຕໍ່ຊີ້ນຳວຽກງານດັ່ງກ່າວໃຫ້ດີຂຶ້ນເລື້ອຍໆ.

ພ້ອມກັນນີ້, ທ່ານເຈົ້າແຂວງຈຳປາສັກ ແລະ ທ່ານລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ຍັງໄດ້ຕົກລົງເຫັນດີທີ່ຈະຄົ້ນຄວ້າ ສະເໜີດ້ານການທ່ອງທ່ຽວ ເປັນແຜນຍຸດທະສາດລະດັບຊາດ, ຊຸກຍູ້ທ່າແຮງດ້ານການທ່ອງທ່ຽວ, ພັດທະນາເຂດທ່ອງທ່ຽວເກາະ, ດອນ (ສີທັນດອນ) ລວມທັງການທ່ອງທ່ຽວທີ່ເຊື່ອມໂຍງ ເຊື່ອມຈອດ ກັບພາກພື້ນ ແລະ ປະເທດໃກ້ຄຽງ ຕື່ມອີກ.

ຂ່າວ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments