Friday, February 21, 2025
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

ຮອງນາຍົກລັດຖະມົນຕີ ເນັ້ນຫລາຍບັນຫາຕໍ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ

ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄັ້ງ ທີ 3 ສະໄໝທີ IV ໃນວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນຫລາຍບັນຫາສໍາຄັນ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ສ້າງມາໄດ້ ເຊິ່ງສະແດງໃຫ້ເຫັນມີຫລາຍອັນທີ່ພົ້ນເດັ່ນ ພ້ອມທັງ ໃຫ້ທິດເຍືອງທາງ ຕໍ່ຄະນະພັກ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຄວນເອົາໃຈໃສ່ຄົ້ນຄວ້າຮູບແບບໂຄສະນາ-ສຶກສາອົບຮົບການເມືອງ-ນຳພາແນວຄິດ ຕໍ່ສະມາຊິກນັກຮົບເກົ່າໃຫ້ແທດເໝາະ ແລະ ສອດຄ່ອງແຕ່ລະເປົ້າໝາຍ ໃນແຕ່ລະໄລຍະ ເພື່ອໃຫ້ເຂົ້າເຈົ້າກໍາໄດ້ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງ ໂດຍຖືເອົາ 3 ວັນປະຫວັດສາດ ສຳຄັນຂອງຊາດ, ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນປີ 2025 ນີ້ ເປັນການໂຄສະນາປຸກ ລະດົມນັກຮົບເກົ່າ ກໍຄື ປະຊາຊົນລາວບັນດາເຜົ່າໃຫ້ເລິກເຊິ່ງ ແລະ ກວ້າງຂວາງ.

ພ້ອມນີ້, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕ້ອງໄດ້ເພີ່ມທະວີ ເອົາໃຈໃສ່ ແກ້ໄຂບັນດາຂໍ້ ຄົງຄ້າງໃນປີຜ່ານມາ ໃນຂັ້ນຮາກຖານພັກ ເພື່ອຂົນຂວາຍປຸກລະດົມປະຊາຊົນ ເຮັດວຽກງານຮາກຖານ ຊ່ວຍຄະນະພັກຂັ້ນເທິງ; ປັບປຸງເນື້ອໃນ ແລະ ຮູບແບບເຄື່ອນໄຫວນຳພາ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດ ແລະ ໜ້າທີ່ ຂອງສະຫະພັນນັກຮົບເກົ່າ; ເອົາໃຈໃສ່ປະສານສົມທົບແໜ້ນກັບບັນດາກະຊວງ, ອົງການຂັ້ນສູນກາງ ກໍຄື ຄະນະພັກ ອົງການປົກຄອງທ້ອງຖິ່ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກນັກຮົບເກົ່າ; ເອົາໃຈໃສ່ໃນການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ສອດຄ່ອງ, ຮັບປະກັນເລືອກໄດ້ບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຖືກຕ້ອງ, ມີຄວາມຮູ້ຄວາມສາມາດ ໃນການນໍາພາ-ຊີ້ນຳວຽກງານ; ຊຸກຍູ້ຂະບວນການແຂ່ງຂັນ ຂອງສະຫະພັນນັກຮົບເກົ່າ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເຂົ້າສູ່ລວງເລິກ ຕ້ອງສຸມໃສ່ພ້ອມກັນປະຕິບັດ ຂໍ້ແຂ່ງຂັນຂອງນັກຮົບເກົ່າ ໃຫ້ແຂ່ງແຮງ ແລະ ເປັນຂະບວນຟົດຟື້ນ; ເອົາໃຈໃສ່ບຳລຸງ, ຍົກລະດັບ, ກໍ່ສ້າງພະນັກງານ ແລະ ປັບປຸງບູລະນະການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ປະກອບມີພະນັກງານ-ລັດຖະກອນ ຜູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ; ເພີ່ມທະວີວຽກງານກໍ່ສ້າງຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ກັບສະມາຄົມນັກຮົບເກົ່າ ຫວຽດນາມ ແລະ ບັນດາປະເທດເພື່ອນມິດພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງການຕ່າງປະເທດ ຂອງພັກ-ລັດ ເພື່ອຍົກສູງບົດບາດ ຂອງນັກ ຮົບເກົ່າລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ, ທັງຮັບປະກັນນຳຜົນປະໂຫຍດຕົວຈິງ ໃນການພັດທະນາວຽກງານຂອງນັກຮົບເກົ່າໃຫ້ມີບາດກ້າວຫັນປ່ຽນດີຂຶ້ນ.

ຂ່າວ: ສຸເວດ ສີດາຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments