Friday, February 21, 2025
Homeບຸນປະເພນີການນໍາພັກ-ລັດ ແລະ ມວນຊົນຮ່ວມໃສ່ບາດໃນບຸນນະມັດສະການຜາສາດຫີນວັດພູ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນຮ່ວມໃສ່ບາດໃນບຸນນະມັດສະການຜາສາດຫີນວັດພູ ປະຈໍາປີ 2025

ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566 ທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ​ ສປປ​ ລາວ​ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ເຫຼື້ອມໃສໃນພຸດທະສາສະໜາ ມາຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ .

ທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດຂຶ້ນໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ລັ່ນຄ້ອງ 9 ບາດ, ຈາກນັ້ນພຣະອາຈານໄດ້ນຳພາຄະນະສົງຈຳນວນ 390 ກ່ວາອົງ ແລະ ອອກຕົນຍາດໂຍມທັງຫຼາຍດຳເນີນພິທີທາງສາສະໜາ ໄຫວ້ພຣະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາສິນ,ຢາດນໍ້າໃຫ້ພອນແກ່ອອກຕົນຍາດຍົມ,ຈາກນີ້ ອອກຕົນຍາດໂຍມກໍໄດ້ໃສ່ບາດຖວາຍປັດໄຈທານ ແດ່ພະສົງ, ຂື້ນຂາບໄຫວ້ຂໍພອນຈາກສິ່ງສັກສິດ ທີ່ສະຖານບູຮານວັດພູບາສີສູ່ຂັວນຕາມຄວາມເຊື່ອ ຕາມຈິດໃຈໃສສັດທາຂອງຕົນ .

ການໃສ່ບາດຢູ່ສະຖານບູຮານວັດພູຈຳ ປາສັກ ນອກຈາກເປັນການສືບທອດຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງກໍຄືແຂວງ ຈຳປາສັກສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ ຢູ່ກັບຄົນລາວຕະຫຼອດໄປແລ້ວ ຍັງເປັນການສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ. ຈາກນີ້ກໍເປັນການອຸທິດ ສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະນະທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ສົນໃຈເຂົ້າມາທ່ອງທ່ຽວ ຊົມວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບ ມື້ຫຼາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments