ພິທີເປີດອົບຮົມ-ຫັດແອບປະຈໍາປີ 2025 ຂອງກົມກອງສື່ສານເຂດໃຈກາງ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 7 ກຸມພາ 2025, ຢູ່ທີ່ກອງພັນສື່ສານ 203, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ – ນັກຮົບກົມກອງສື່ສານເຂດໃຈກາງເຂົ້າຮ່ວມ.

ສະຫາຍ ພັນໂທ ອຸ່ນຄໍາ ອີສານເພັດ ຫົວໜ້າພະແນກອົບຮົມ ກົມສື່ສານກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານແຜນການອົບຮົມ – ຫັດແອບການທະຫານ ເພື່ອສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິການວາງອອກ, ປັບປຸງກໍ່ສ້າງ ແລະ ຍົກລະດັບຄວາມສາມາດຂອງບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນການອົບຮົມຫັດແອບ, ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ເພື່ອຍົກລະດັບຄວາມຮູ້-ຄວາມສາມາດດ້ານສິນລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ມີຄວາມຊໍານີຊໍານານ, ມີພິບໄຫວຄ່ອງແກ້ວຮັບປະກັນການກຽມພ້ອມສູ້ຮົບ, ກຽມພ້ອມຕອບດ້ານໃນທຸກກໍລະນີທີ່ອາດຈະເກີດຂຶ້ນ, ເພື່ອຍູ້ແຮງໃຫ້ບັນດາກົມກອງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບເປັນປົກກະຕິ ແລະ ຕໍ່ເນື່ອງ, ສ້າງກົມກອງໃຫ້ມີລະບຽບວິໃນເຂັ້ມງວດ, ສ້າງ ແລະ ປັບປຸງກົມກອງໃຫ້ກາຍເປັນກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ເພື່ອຝຶກຝົນໃຫ້ນາຍ ແລະ ພົນທະຫານ ມີສຸຂະພາບແຂງແຮງ, ທົນທານແຂງແກ່ນ ກຽມພ້ອມຮັບໃຊ້ໜ້າທີ່ກຽມພ້ອມສູ້ຮົບໃນທຸກເງື່ອນໄຂກໍລະນີ ແລະ ແກ້ໄຂໄພພິບັດທີ່ອາດຈະເກີດຂຶ້ນຢ່າງທັນເວລາ.

ສໍາລັບວຽກງານວິຊາສະເພາະສື່ສານແມ່ນໃຫ້ ອົບຮົມ-ຫັດແອບວຽກງານເສນາ-ບັນຊາສື່ສານຂັ້ນໝວດສື່ສານ, ຂັ້ນກອງຮ້ອຍສື່ສານ, ເຕັກນິກສື່ສານ, ການນໍາໃຊ້ພາຫະນະອຸປະກອນສື່ສານ, ກຳນົດເວລາອົບຮົມທັງໝົດ: 180 ວັນ, ຄວາມຮູ້ທົ່ວໄປ 40 ວັນ, ລະບຽບຂໍ້ກຳນົດ, ລະບຽບຮູບແຖວ, ພິທີການ 15 ວັນ, ກິລາການທະຫານ 8 ວັນ, ສິນລະປະຍຸດ ທະຫານຮາບ, 8 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ, ເຫຼົ່າກັບ 1 ວັນ, ອົບຮົມການເມືອງ 15 ວັນ, ຄົບຮົມພະລາທິການ 10 ວັນ, ຄົບຮົມເຕັກນິກ 15 ວັນ, ອົບຮົມຍຸດທະວິທີ, ວຽກງານເສນາເຫຼົ່າຮົບ 40 ວັນ, ອົບຮົມເຕັກນິກວິຊາສະເພາະເຫຼົ່າຮົບ 60 ວັນ.