ໃນວັນທີ 10 ກຸມພາ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.

ໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫລອດໄລຍະ 73 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະ ແມ່ນຜົນສໍາເລັດຂອງການຢ້ຽມຢາມອົດສະຕຣາລີ ຢ່າງເປັນທາງການ ແລະ ການເປັນປະທານຮ່ວມໃນກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ອົດສະ ຕຣາລີ ຄົບຮອບ 50 ປີ, ພ້ອມທັງໄດ້ຮ່ວມກັນຍົກລະດັບການພົວພັນຮ່ວມມືສອງຝ່າຍ ລາວ-ອົດສະ ຕຣາລີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ທີ່ຜ່ານມາ. ຂະນະດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ອວຍພອນວັນຊາດອົດສະຕຣາລີ ຄົບຮອບ 237 ປີ.

ນອກຈາກນີ້, ສອງຝ່າຍໄດ້ເຫັນດີຮ່ວມກັນ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂະແໜງ ການຕ່າງໆ ທີ່ກຳນົດຢູ່ໃນແຜນປະຕິບັດງານຂອງການເປັນຄູ່ຮ່ວມມືຮອບດ້ານ ເປັນຕົ້ນ ການພັດທະນາດ້ານຊັບພະຍາກອນມະນຸດ, ການຄ້າ-ການລົງທຶນ, ການແກ້ໄຂບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານແບບຍືນຍົງ, ວຽກງານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມກັນນີ້, ສອງຝ່າຍ ໄດ້ຖືໂອກາດແລກປ່ຽນຄໍາຄິດເຫັນກ່ຽວກັບ ຄວາມຄືບໜ້າການສືບສວນ-ສອບສວນ ຕໍ່ເຫດການນັກທ່ອງທ່ຽວອົດສະຕຣາລີ 2 ຄົນ ທີ່ເຈັບປ່ວຍກະທັນຫັນ ແລະ ໄດ້ຮັບຂ່າວເສຍຊີວິດໃນໄລຍະຕໍ່ມາ ໃນເດືອນ ພະຈິກ ປີ 2024; ສອງຝ່າຍໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ບໍ່ເພິ່ງປາຖະໜາດັ່ງກ່າວ ແລະ ກໍຫວັງວ່າຈະບໍ່ກະທົບຕໍ່ສາຍພົວພັນຂອງສອງປະເທດ.
ຂ່າວ-ພາບ: ກຕທ