Wednesday, February 19, 2025
Homeຂ່າວຕ່າງປະເທດຈີນ ຍິນ​ດີ​ຮ່ວມແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ AI ກັບທົ່ວ ໂລກ

ຈີນ ຍິນ​ດີ​ຮ່ວມແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ AI ກັບທົ່ວ ໂລກ

ວັນ​ທີ 10 ກຸມ​ພານີ້, ທ່ານ​ ກົ່ວ​ເຈ່ຍ​ຄູ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້ຖະ​ແຫຼງ​ຂ່າວທີ່ນະຄອນຫຼວງປັກກິ່ງ, ສປ ຈີນມີ​ນັກ​ຂ່າວຖາມເຖິງ​ເລື່ອງປັນ​ຍາ​ປະ​ດິດ Deepseek ໄດ້ຮັບ​ຄວາມ​ເອົາ​ໃຈໃສ່​ຈາກ​ໂລກ​ຢ່າງກວ້າງ​ຂວາງ.

ທ່ານ​ກົ່ວ​ເຈ່ຍ​ຄູ່ນ ຕອບ​ວ່າ: ເຕັກ​ນິກ​ໃໝ່​ດ້ານ AI ໃນ​ປັດ​​ຈຸບັນ​ມີ​ການ​ບຸກ​ທະ​ລຸ​ຢ່າງ​ບໍ່​ຢຸດຢັ້ງ​, ໄດ້​ກາຍ​ເປັນ​ພະ​ລັງແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນໃນ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​​ການ​ປ່ຽນ​ແປງ​ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່. ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ພັດ​ທະ​ນາ​ AI ແບບ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ທົ່ວ​ໄປ, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ເພີ່ມ​ທະ​ວີ​ການ​ສ້າງ​​ຄວາມ​ສາ​ມາດ, ບັນ​ລຸ​ໃຫ້​ບັນດາ​ປະ​ເທດຊົມ​ໃຊ້​ຜົນ​ປະ​ໂຫຍດ​​ດ້ານ AI ນຳ​ກັນ.

ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຄັດ​ຄ້ານ​ຂີດ​ເສັ້ນ​ຕາມ​ຮູບ​ຖານຈິດ​ສຳ​ນຶກ, ຄັດ​ຄ້ານ​ການ​ເປີດກວ້າງແນວ​ຄວາມ​ຄິດ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ​ຄັດ​ຄ້ານຫັນ​ບັນ​ຫາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີແລະ​​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ເປັນ​ບັນ​ຫາການ​ເມືອງ.

ຈີນ​ຍິນ​ດີ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ AI, ພ້ອມ​ກັນ​ຊອກ​ຄົ້ນ​ຫາ​​ຢ່າງ​ເລິກ​ເຊິ່ງ​ໃນໂລກ AI ທີ່ກວ້າງ​ຂວາງ.

Cr: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments