ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ອຸຣະວະດີ ສີພີຣົມ ເອກອັກຄະລັດຖະທູດໄທ ປະຈຳ ສສ ຫວຽດນາມ ເນື່ອງໃນໂອກາດ ເລີ່ມປະຕິບັດ ໜ້າທີ່ຢູ່ ສສ ຫວຽດນາມ.ຈາກນັ້ນໄດ້ກ່າວສະແດງຄວາມຍິນດີຕໍ່ ທ່ານ ນາງ ອຸຣະວະດີ ສີພີຣົມ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ປະຈຳ ສສ ຫວຽດນາມ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ທີ່ພວມນັບມື້ນັບພັດທະນາຢ່າງແຮງ ລະຫວ່າງ ສອງປະເທດໃຫ້ຫລາຍກວ່າເກົ່າ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີສອງຝ່າຍຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້ກັບບັນດາອົງການກໍ່ການຮ້າຍ, ປະຕິການ; ຮັບປະກັນບໍ່ປະໃຫ້ບໍ່ວ່າສ່ວນບຸກຄົນໃດ ຫລື ອົງການໃດນຳໃຊ້ດິນແດນ ຂອງປະເທດນີ້ຕ້ານປະເທດອື່ນ. ສ່ວນ ທ່ານ ນາງ ອຸຣະວະດີ ສີພີຣົມ ໄດ້ຢັ້ງຢືນວ່າ: ຈະຊຸກຍູ້ການຜັນຂະຫຍາຍການຢ້ຽມຢາມຂັ້ນສູງ ລະຫວ່າງ ສອງປະເທດໃນປີ 2025, ໃນນັ້ນມີການຢ້ຽມຢາມ ສສ ຫວຽດນາມ ຂອງນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດໄທ. ທ່ານ ນາງ ເອກອັກຄະລັດຖະທູດ ປາດຖະໜາ ຢາກສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງເຂດອາຊຽນ ກໍ່ຄືຢູ່ບັນດາອົງການຈັດຕັ້ງໃນພາກພື້ນຊຶ່ງທັງສອງຝ່າຍແມ່ນສະມາຊິກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ