ວິທະຍຸກະຈາຍສຽງຫວຽດນາມ,ງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ 9 ໄດ້ໄຂຂຶ້ນ ຢ່າງເປັນທາງການຢູ່ນະຄອນຮາເອີບິນຂອງ ສປ ຈີນ ເມື່ອບໍ່ດົນມານີ້ຢູ່ສອງສະຖານທີ່ແມ່ນສູນວາງສະແດງສາກົນຮາເອີບິນ ແລະ ສວນສາທາລະນະໂລກ ແຫ່ງຫິມະຮາບິນ ຊຶ່ງແມ່ນສວນສາທາລະນະ ກ່ຽວກັບ ຫິມະໃຫຍ່ທີ່ສຸດໃນໂລກ. ໂດຍມີ ທ່ານ ສິ ຈິ້ນຜິງ, ປະທານປະເທດຈີນ ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ 9. ພ້ອມກັນນັ້ນ ຍັງມີການເຂົ້າຮ່ວມຂອງ ລາຊະອານາຈັກບຣູໄນ, ປະທານາທິບໍດີກາຊັກສະຖານ, ປະທານາທິບໍດີປາກິດສະຖານ, ນາຍົກລັດຖະມົນຕີໄທ ແລະ ປະທານສະພາແຫ່ງຊາດ ສ.ເກົາຫລີ.ດ້ວຍຫົວຂໍ້ “ຄວາມຝັນແຫ່ງ ລະດູບານໃໝ່, ຄວາມຮັກຕໍ່ອາຊີ”, ພິທີແກ່ຍາວ ເປັນເວລາ 80 ນາທີ, ໃນນັ້ນ ພິທີກຳໄດ້ດຳເນີນ ໃນເວລາ 50 ນາທີ, ບັນດາລາຍການສະແດງສິລະປະ ແລະ ການຈູດດວງໄຟ ທີ່ໄດ້ດຳເນີນ ໃນເວລາ 30 ນາທີ. ງານມະຫາກຳ ກິລາລະດູໜາວ ອາຊີ ຮາເອີບິນ ມີການເຂົ້າຮ່ວມ ຂອງນັກກິລາ ຢູ່ລະດັບສະຖິຕິແມ່ນກ່ວາ 1.270 ຄົນ ທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນຢູ່ອາຊີ. ຄະນະນັກກິລາ ຫວຽດນາມ ລວມມີ 3 ຄົນ. ນັກກິລາ ເຢືອງເຈື່ອງເລິບ ແມ່ນນັກກິລາຄົນໜຶ່ງດຽວຂອງກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາລະດູໜາວປີນີ້. ສຳລັບ ງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ IX ຈະສິ້ນສຸດ ໃນວັນທີ 14 ກຸມພານີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ