ວິທະຍຸສາກົນ ແຫ່ງ ສປ ຈີນ, ກອງປະຊູມສຸດຍອດການເຄື່ອນໄຫວປັນຍາປະດິດ (AI) ຈັດຂຶ້ນໃນລະຫວ່າງວັນທີ 9-12 ກຸມພານີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ປະກາດວ່າ ຈະລົງທຶນ 109 ຕື້ເອີໂຣ ເຂົ້າໃນຂົງເຂດ AI ໃນຫລາຍປີຂ້າງໜ້າ. ທ່ານ ເອັມມານູເອວ ມາຄຣົງ ຫວັງວ່າປະເທດຝຣັ່ງ ສາມາດກຳເອົາໂອກາດນີ້ໃນຍຸກໃໝ່, ຫລັງຈາກມີຊາວໜຸ່ມ 1 ແສນຄົນ ໄດ້ຮັບການຝຶກອົບຮົມໃນໂຄງການນີ້. ທ່ານໄດ້ກ່າວເນັ້ນໜັກວ່າ: ເມື່ອຜະເຊີນກັບ ສິ່ງທ້າທາຍຈາກ AI, ເອີຣົບ ຕ້ອງຫລົບຫລີກການຕິດຕາມຄຸ້ມຄອງກ່ອນແລ້ວ ຈຶ່ງທຳການປະດິດສ້າງ, ຖ້າບໍ່ດັ່ງນັ້ນ ຈະພົ້ນຈາກວົງໂຄຈອນການປະດິດສ້າງ ແລະ ຫລ້າຫລັງ ໄປໃນການແຂ່ງຂັນໃນຂົງເຂດນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ