ມວນອາກາດໜາວເຢັນຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ທົົ່ວໄປ ແລະ ສະພາບອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຈົົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດໜາວເຢັນ ຫາ ໜາວເຢັນຫລາຍ ແລະ ມີລົມພັດແຮງ ໂດຍສະເພາະຢູ່ເຂດພູ ສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ:ບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ໃນໄລຍະ ວັນທີ 09 ຫາ 11 ກຸມພາ 2025 ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.