Home ຂ່າວພາຍໃນ ສໍາມະນາພາຍໃຕ້ຫົວຂໍ້ “ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບ ໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຜູ້ຜະລິດ”

ສໍາມະນາພາຍໃຕ້ຫົວຂໍ້ “ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບ ໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຜູ້ຜະລິດ”

0
22

ໃນວັນທີ 9 ກຸມພາ 2025 ມື້ທີ 2 ຂອງງານບຸນກາເຟ,ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບ ໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຜູ້ຜະລິດ” ມີຊາວສວນ,ສະຫະກອນ,ຫົວໜ່ວຍການຜະລິດ,ຜູ້ປະກອບການຜະລິດ,ປຸງແຕ່ງ, ກາເຟ, ຊາ ແລະ ຜົນຜະລິດກະສິກຳຂອງເມືອງປາກຊ່ອງເຂົ້າຮ່ວມ.

ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ໄດ້ກ່າວເປີດຊກອງປະຊຸຸຸມສຳມະນາວ່າ: ໂດຍປະຕິບັດນະໂຍບາຍຂອງ ລັດຖະບານ ກ່ຽວກັບ ການພັດທະນາກະສິກຳ ຕາມທິດ ສະອາດສີຂຽວ ແລະ ຍືນຍັງ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການສົ່ງເສີມກາເຟລາວ ຮອດປີ 2025, ທັງຮັບປະກັນໃນດ້ານສະມັດຕະພາບຜົນຜະລິດ ກາເຟ-ຊາ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອເປັນສິນຄ້າສະໜອງທັງພາຍໃນ ແລະ ສົ່ງ ອອກ, ປະຈຸບັນ ທາງແຂວງ ຈຳປາສັກ ໄດ້ສຸມໃສ່ປະຕິບັດນະໂຍບາຍສົ່ງເສີມການລົງທຶນ ໂດຍການ ດຶງດູດເອົານັກລົງທຶນເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມ ແລະ ພັດທະ ນາທາງດ້ານການຜະລິດ ໂດຍສະເພາະແມ່ນກາເຟ ມີບໍລິສັດໄດ້ລົງທຶນໃສ່ການຜະລິດກາເຟ ຫຼາຍ ກວ່າ 10 ໂຄງການ, ສາມາດສ້າງມູນຄ່າທາງດ້ານເສດຖະກິດເປັນຈໍານວນຫຼາຍໃນແຕ່ລະປີ.

ເຖິງຢ່າງໃດກໍ່ຕາມ, ການຜະລິດກາເຟ ເພື່ອເປັນສິນຄ້າສົ່ງອອກໃນຊຸມປີຜ່ານມາ, ໄດ້ປະ ເຊີນກັບບັນຫາ ແລະ ສິ່ງຟ້າທາຍຫຼາຍປະການ ເປັນຕົ້ນລາຄາກາເຟມີການຜັນແປຢູ່ເລື້ອຍໆ (ສໍາລັບ 2-3 ປີຜ່ານມານີ້ ແມ່ນມີລາຄາທີ່ສູງຂຶ້ນເປັນປະຫວັດການ) ເຊິ່ງເປັນຜົນດີໃຫ້ແກ່ຜູ້ຜະລິດກໍ່ຄືຊາວ ກະສິກອນ

ແຕ່ແນວໃດກໍ່ຕາມ ຂະບວນການຜະລິດຍັງປະເຊີນກັບສິ່ງທ້າທາຍຫຼາຍ ປະການ ເຊັ່ນ: ໄພພິບັດທາງທຳມະຊາດ (ປີນີ້ແມ່ນການກະທົບຈາກນໍ້າໝອກກ້າມ) ເສຍຫາຍປະມານ 300 ຮຕ, ສະພາບແມງໄມ້ສັດຕູພືດ, ລວມເຖິງຄຸນນະພາບ ແລະ ປະລິມານ ຂອງຜົນ ຜະລິດຍັງບໍ່ໄດ້ດີເທົ່າທີ່ຄວນ, ຕົ້ນທຶນການຜະລິດຍັງສູງ. ໄປຄຽງຄູ່ກັນນັ້ນ, ການແຂ່ງຂັນດ້ານຄຸນ ນະພາບ, ມາດຕະຖານຜົນຜະລິດ ແລະ ຜະລິດຕະພັນກາເຟ ໃນຕະຫຼາດ ພາກພື້ນ ແລະ ສາກົນ ແມ່ນສູງຫຼາຍ. ເຊິ່ງບັນຫານີ້, ເປັນສິ່ງທ້າທາຍ ໃຫ້ແກ່ການຈັດຕັ້ງຊີ້ນຳ-ນໍາພາ ວຽກງານສົ່ງເສີມການ ຜະລິດກາເຟ ເປັນສິນຄ້າ ເພື່ອການສົ່ງອອກ ສະນັ້ນ, ເວທີສໍາມະນາຂອງພວກເຮົາຄັ້ງນີ້ ມີຈຸດປະສົງເພື່ອ ເປີດກວ້າງແລກປ່ຽນບົດຮຽນ. ປະສົບການ ຈາກບັນດາທ່ານຊ່ຽວຊານ, ວິທະຍາກອນ, ສຳມະນາກອນ ທີ່ມີຄວາມຮູ້ ແລະ ປະສິບ ການ ກ່ຽວກັບ ການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດກາເຟ ໄດ້ເຂົ້າມາມີສ່ວນຮ່ວມໃນການ ພັດທະນາກາເຟ ເຂດພູພຽງບໍລະເວນຂອງພວກເຮົາ ອອກສູ່ເວທີສາກົນໃຫ້ນັບມື້ນັບກວ້າງຂວາງຂື້ນ ໄປເລື້ອຍໆ.

ໃນກອງປະຊຸມສໍາມະນາ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ປຶກສາຫາ ລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຜະລິດກາເຟ ໃຫ້ມີຄວາມປັນຍັງຢູ່ພູພຽງບໍລະເວນ, ທັງ ເປັນເວທີເພື່ອຊອກວິທີທາງຊ່ວຍເຫຼືອຊາວສວນ ແລະ ຜູ້ປະກອບການດ້ານການຜະລິດກາເຟ ໃຫ້ ນັບມື້ພັດນາດ້ານຄຸນນະພາບການຜະລິດຂື້ນໄປເລື້ອຍໆ ສອດຄ່ອງຄວາມຕ້ອງ ການຂອງຕະຫຼາດເປົ້າ ໝາຍ ແລະ ເງື່ອນໄຂການສົ່ງອອກກາເຟ ເວົ້າລວມ, ເວົ້າສະເພາະກໍ່ເພື່ອ ຍົກສູງຄຸນຄ່າກາເຟລາວ ເຂົ້າສູ່ຕະຫຼາດທັງພາກພື້ນ ແລະ ສາກົນໃຫ້ໄດ້ຫຼາຍຂຶ້ນ.

ເຂົ້າຮ່ວມໃນພິທີມີທ່ານ ຄຳ ນິລາວົງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,ທ່ານ ແສງຈັນ ຄຳມູນທາ ຮອງປະທານສະມາຄົມກາເຟລາວ,ທ່ານ ຄຳບອນ ຜາສຸກ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການ ປ່ຽນແປງດິນຟ້າອາກາດດ້ານກະສິກຳ

ກຣີນຄັບ ມີຫ້ອງການ,ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່່ນເຂົ້າຮ່ວມ.

Cr: ເກດສະຫນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here