ວັນທີ 9 ກຸມພາ 2025, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຊີ້ແຈງຜ່ານເຟສບຸກຂອງ ຟຟລ ເພີ່ມຕື່ມກ່ຽວກັບໃນການ ສະໜອງພະລັງງານໄຟຟ້າໃຫ້ກັບເມືອງທ່າຂີ້ເຫຼັກ ສ.ມຽນມາ ໂດຍມີເນື້ອໃນວ່າ: ເພື່ອຈັດຕັ້ງປະຕິບັດສັນຍາໃນການສະ ໜອງພະລັງງານໄຟຟ້າໃຫ້ກັບເມືອງທ່າຂີ້ເຫຼັກ ສ. ມຽນມາ ລັດ ວິສາ ຫະກິດໄຟຟ້າລາວ ໄດ້ປະສານສົມທົບຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການອະນຸຍາດຈາກ ສ ມຽນມາ ທີ່ເປັນຄູ່ຮ່ວມສັນຍາໃນການຊື້ຂາຍພະລັງງານໄຟຟ້າ ໄດ້ຮ່ວມກັນລົງເກັບກຳຂໍ້ມູນເບື້ອງ ຕົ້ນຂອງການຊົມໃຊ້ພະລັງງານໃນເຂດເມືອງທ່າຂີ້ເຫຼັກ ສ.ມຽນ ມາ.
ຜ່ານການລົງເກັບກຳຂໍ້ມູນເຫັນວ່າ ພາບລວມຂອງການສະ ໜອງພະລັງງານໄຟຟ້າໃຫ້ກັບເຂດດັ່ງກ່າວ ແມ່ນການສະໜອງພະລັງງານໄຟຟ້າດ້ວຍລະບົບແຮງດັນ 115kV ແລະ ແຈກຈ່າຍພະລັງງານໄຟຟ້າໃຫ້ສັງຄົມໃນເມືອງທ່າຂີ້ເຫຼັກໂດຍມີກຸ່ມຜູ້ຊົມໃຊ້ໄຟຟ້າແມ່ນປະຊາຊົນທີ່ອາໄສໃນເຂດດັ່ງກ່າວ , ພາກທຸລະກິດຂະ ໜາດນ້ອຍ, ອາຄານທີ່ເປັນລັດຖະການເທົ່ານັ້ນ ລວມທັງການ ບໍລິການສັງຄົມເຊັ່ນ: ໂຮງຮຽນ ແລະ ໂຮງໝໍ.
ໂດຍນັບຕັ້ງ ແຕ່ເວລາ 00:00 ໂມງ ຂອງວັນທີ 7/2/2025 ເປັນຕົ້ນມາທາງລັດລິສາຫະກິດໄຟຟ້າລາວໄດ້ອອກແຈ້ງການເຖິງ ບໍລິສັດເອກະຊົນທີ່ໄດ້ຮັບການຮັບອະນຸຍາດຈາກ ສ. ມຽນມາ ທີ່ເປັນຜູ້ຮັບພະລັງງານຈາກ ຟຟລ ແລະ ສະໜອງໃຫ້ກັບເມືອງທ່າຂີ້ເຫຼັກ ທາງ ຟຟລ ຈະສົ່ງພະລັງງານໄຟຟ້າໃຫ້ ແມ່ນບໍ່ໃຫ້ເກີນ 13 MW ໂດຍມີການສັງລວມກຳລັງຊົມໃຊ້ 4 ສາຍແຈກ ຄື:
• ສາຍແຈກທີ1( Feeder1 ) ນຳໃຊ້ໃນເຂດອຸດສາຫະກຳສະ ໜາມບິນ, ກຸ່ມບ້ານຈຳນວນ 3 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 57,790 kVA
• ສາຍແຈກທີ2( Feeder2 )ເປັນເຂດໄມຢາງ ນຳໃຊ້ໃນເຂດທະຫານແຂວງ, ກຸ່ມບ້ານຈຳນວນ 5 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 63,420 kVA
• ສາຍແຈກທີ3( Feeder3 )ເປັນເຂດທາງເວັນລຽບເມືອງ ນຳໃຊ້ໃນເຂດທະຫານແຂວງ, ກຸ່ມບ້ານຈຳນວນ 5 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 57,450 kVA.
• ສາຍແຈກທີ4( Feeder4 )ເປັນເຂດປະຕິບັດທຳວັດຄູບາບຸນຊຸມ, ກຸ່ມບ້ານຈຳນວນ 2 ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 4,550 kVA; ລວມທັງ 4 ສາຍແຈກມີກຳລັງຕິດຕັ້ງໝໍ້ແປງທັງໝົດ 183,210 kVA
ສະນັ້ນ, ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າລັດຖະບານລາວ ກໍ່ຄື ລັດວິສາຫະກິດໄຟຟ້າລາວ ຈະບໍ່ສົ່ງໄຟ ຫຼື ຂາຍໄຟໃຫ້ຜູ້ກະທຳຜິດກົດຫມາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ.