Saturday, February 22, 2025
Homeຂ່າວຕ່າງປະເທດກົດໝາຍວ່າດ້ວຍ AI ຂອງ EU ມີຜົນສັກສິດຢ່າງເປັນທາງການ

ກົດໝາຍວ່າດ້ວຍ AI ຂອງ EU ມີຜົນສັກສິດຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ ໃນນັ້ນລວມມີ ນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີທີ່ຫ້າມນຳໃຊ້ AI ຍ້ອນຄວາມສ່ຽງແອບແຝງ ບໍ່ອາດຍອມຮັບໄດ້ໃນ EU.

ຂ່າວລະບຸວ່າ: ນັບແຕ່ວັນທີ 2 ກຸມພາ ເປັນຕົ້ນໄປ, ບັນດາຂໍ້ກຳນົດທຳອິດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI Act) ຂອງ ສະຫະພາບເອີຣົບ (EU) ມີຜົນສັກສິດຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນໃນການຄຸ້ມຄອງ ແລະ ກຳນົດອະນາຄົດຂອງຂະແໜງອຸດສາຫະກຳ AI.

ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ນັ້ນ ລວມມີ: ນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີທີ່ຫ້າມນຳໃຊ້ AI ຍ້ອນຄວາມສ່ຽງແອບແຝງ ບໍ່ອາດຍອມຮັບໄດ້ໃນ EU. ສິ່ງດັ່ງກ່າວ ໄດ້ວາງພື້ນຖານໃຫ້ແກ່ກອບນິຕິກຳທີ່ຮອບດ້ານ, ເພື່ອແນໃສ່ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments